ຕັດແຖບຜ້າໄຂງານວາງສະແດງ
ພາບ:internet
|
(vovworld)- ງານວາງສະແດງພາບກ່ຽວກັບ“ການພົວພັນລະຫວ່າງຫວຽດນາມ ແລະ ອັງກິດ ຈາກອະດີດຕະການຈົນເຖິງອະນາຄົດ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 30/9 ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກອັງກີດ (1973-2013). ດ້ວຍຮູບພາບກວ່າ 100 ແຜ່ນ ໄດ້ສະແດງໃຫ້ເຫັນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງກິດໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ເຕັກໂນໂລຊີ.,, ໃນນັ້ນ ມີຮູບພາບ, ເອກະສານປະຫວັດສາດອັນລຳ້ຄ່າ ໂດຍນັກຂ່າວພາບຂອງສຳນັກຂ່າວສານຫວຽດນາມ ປະຕິບັດ ແມ່ນສ່ອງແສງໃຫ້ເຫັນການພົວພັນລະຫວ່າງປະຊາຊົນສອງປະເທດຢ່າງມີຊີວິດຊີວາ ແລະ ຮູບພາບກ່ຽວກັບປະເທດຊາດ ແລະ ຊາວອັງກິດ.