ໄຂງານວາງສະແດງຮູບຖ່າຍກ່ຽວກັບຫວຽດນາມຢູ່ອັກຊັງຕີນ
ຊາປາ ແມ່ນສະຖານທີ່ປະທັບໃຈທີ່ສຸດໃຫ້ນັກຖ່າຍຮູບ ອັກຊັງຕີນ
(ພາບ: Thanh Hà/TTXVN)
(vovworld) – ວັນທີ 3/6, ງານວາງສະແດງຮູບຖ່າຍ ກ່ຽວກັບ ຫວຽດນາມ ລວມມີຮູບຖ່າຍ 26 ແຜ່ນຂອງນັກຖ່າຍຮູບ ອັກຊັງຕີນ 13 ຄົນ, ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Buenos Aires , ດ້ວຍການເຂົ້າຮ່ວມຂອງບັນດານັກຖ່າຍຮູບ ແລະ ນັກສິລະປິນເປັນຈຳນວນຫຼວງຫຼາຍ. ບັນດາຮູບຖ່າຍໄດ້ວາງສະແດງຄັ້ງນີ້ ແມ່ນບັນດາຮູບຖ່າຍທີ່ດີ່ເດັ່ນ ເຊິ່ງໄດ້ຮັບການເລືອກເຟັ້ນໃນຈຳນວນຮູບຖ່າຍນັບຮ້ອຍແຜ່ນ ໂດ້ຍກຸ່ມນັກຖ່າຍຮູບຖ່າຍທຳໃນການຢ້ຽມຢາມຫວຽດເປັນເວລາ 25 ວັນເມື່ອຕົ້ນປີ 2015. ຮູບຖ່າຍແຕ່ລະແຜ່ນໄດ້ສະແດງໃຫ້ເຫັນການດຳລົງຊີວິດປະຈຳວັນຂອງປະຊາຊົນ ຫວຽດນາມ, ຈາກອ່າວຮ້າລອງ ເຖິງ ຄຸ້ມເມືອງເກົ່າ ໂຮ້ຍອານ; ປະເພນີຖະຫວາຍທູບທຽນ ແລະ ໄປວັດວາອາຮາມໃນວັນບຸນຂອງປະຊາຊົນ. ງານວາງສະແດງດັ່ງກ່າວຊ່ວຍໃຫ້ຜູ້ຊົມຮູ້ສຶກໄດ້ຊີວິດທາງດ້ານວັດທະນະທຳທີ່ອຸດົມສົມບູນຂອງ ຫວຽດນາມ.