ງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກ
ຮັກສາອະທິປະໄຕທະເລຕາເວັນອອກ
photo:tuoitre.vn
|
(vovworld)- ຕອນເຊົ້າວັນທີ 24/8, ຢູ່ ຫໍວັດທະນະທຳ ຊາວຫນຸ່ມ, ນະຄອນ ໂຮ່ຈິມີນ ໄດ້ໄຂງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ”. ງານວາງສະແດງດັ່ງກ່າວໂດຍຫນັງສືພິມ ຕວຍແຈ໋(ແປ່ວ່າໄວຫນຸ່ມ” ຈັດຕັ້ງຂຶ້ນ ດ້ວຍຫົວເລື່ອງວ່າ: “ພະຍານຫລັກຖານປະຫວັດສາດອະທິປະໄຕ ຮ່ວາງຊາ - ເຈື່ອງຊາ” ຂອງຫວຽດນາມ, 75 ວັນແຫ່ງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ. ທີ່ງານວາງສະແດງ ມີຮູບພາບເກືອບ 200 ແຜ່ນ, ບົດຫນັງສືພິມ ຫລາຍສະບັບ ແລະ video ຂອງບັນດານັກຂ່າວເມື່ອປະຕິບັດງານຢູ່ ຮ່ວາງຊາ ໃນຊຸມມື້ທີ່ ຈີນຕັ້ງຮ້ານເຈາະນຳ້ມັນຢ່າງຜິດກົດໝາຍຢູ່ເຂດຈຳເພາະເສດຖະກິດ ແລະ ໄຫລ່ທະວີບຂອງຫວຽດນາມ. ໃນຂອບເຂດງານວາງສະແດງ ຍັງມີລາຍການພົບປະແລກປ່ຽນລະຫວ່າງຜູ້ຊົມກັບ ຮ້ອຍເອກ ເລຈູງແທ່ງ, ກັບຕັນ ກຳປັ່ນຕຳຫລວດທະເລ 4033 ແມ່ນຫນຶ່ງໃນບັນດາກຳປັ່ນໄດ້ຂົນສົ່ງບັນດານັກຂ່າວພາຍໃນ ແລະ ສາກົນໄປເຖິງບໍລິເວນທີ່ ຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ຮ້ອຍເອກ ເລຈູງແທ່ງ ໃຫ້ຮູ້ວ່າ:
“ຜ່ານງານວາງສະແດງຂອງຫນັງສືພິມ ຕວຍແຈ໋ ໄດ້ນຳບັນດາຮູບພາບທີ່ຖືກກັບຄວາມຈິງໃນໄລຍະຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ບັນດາຮູບພາບນີ້ແມ່ນການລະດົມກຳລັງໃຈ ແລະ ສະແດງໃຫ້ເຫັນການຕໍ່ສູ້ຄວາມເປັນທຳຂອງຊາດເຮົາ. ຜ່ານນັ້ນ ຍົກໃຫ້ຊາວຫນຸ່ມທຸກຄົນເຫັນໄດ້ຄວາມຮັບຜິດຊອບ, ພັນທະຂອງຊາວຫນຸ່ມພວກເຮົາ ຕ້ອງປົກປັກຮັກສາເຂດນ້ຳແດນດິນ, ປົກປັກຮັກສາອະທິປະໄຕ.”