ໄຂງານວາງສະແດງ ການພົວພັນ ມິດຕະພາບຫວຽດນາມ - ອິນເດຍ

ໄຂງານວາງສະແດງ ການພົວພັນ ມິດຕະພາບຫວຽດນາມ - ອິນເດຍ - ảnh 1
( ພາບປະກອບ )

(vovworld) -     ໄຂ​ງານ​ວາງສະ​ແດງ “ສາຍ​ພົວພັນ​ມິດຕະພາບຫວຽດນາມ - ອິນ​ເດຍ: ຄວາມສາມັກຄີ, ຮ່ວມ​ມື ​ແລະ ພັດທະນາ” ​​ໄດ້ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8 ຢູ່​ຫໍພິພິດ​ຕະພັນ​ໂຮ່ຈິ​ມິນ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ. ​ງານ​ວາງ​ສະ​ແດງ​ໂດຍ​ກະຊວງ​ວັດທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ​ແລະ ສະຖານທູດ​ອິນ​ເດຍ ປະຈຳ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ປີ​ມິດຕະພາບ​ຫວຽດນາມ - ອິນ​ເດຍ 2012. ມີ​ຮູບ​ຖ່າຍ, ​ເອກະສານ​ ​ແລະ ວັດຖຸ​ພັນ 200 ຢ່າງ, ​ໃນ​ນັ້ນ​ມີ​ວັດຖຸ​ພັນ​ໄດ້​ນຳ​ມາ​ວາງສະ​ແດງ​ຢູ່​ງານ​ວາງສະ​ແດງ​ນີ້ເປັນ​ຄັ້ງ​ທຳ​ອິດ​ ​ໄດ້​ສະ​ແດງ​ໃຫ້​ເຫັນການ​ພົວພັນ​ຮ່ວມ​ມືຢ່າງຮອບດ້ານ​ລະຫວ່າງຫວຽດນາມ - ອິນ​ເດຍ. ຟິມຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ການ​ຢ້ຽມຢາມ​ອິນ​ເດຍ ​ເມື່ອ​ປີ 1958 ຂອງ​ປະທານ​ໂຮ່ຈິ​ມິ​ນ ກໍ​ໄດ້​ນຳ​ມາ​ສາຍ​ໃນ​ໂອກາດ​ນີ້. ກ່າວ​ຄຳ​ເຫັນ​ໄຂ​ງານ​ວາງສະ​ແດງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ Ho Anh Tuan ຊີ້​ແຈ້ງ​ວ່າ.

        “ງານ​ວາງສະ​ແດງ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມິນ ​ແລະ ທ່ານ​ນາຍົກລັດຖະມົນຕີ Jawaharlal Nehru, ບັນດາຜູ້​ທີ່​ໄດ້ສ້າງພື້ນຖານ​ໃຫ້​ແກ່ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ງານ​ວາງສະ​ແດງ​ກໍ່​​ໄດ້ແນະນຳ​ບາງ​ເຫດການ​ປະຫວັດສາດ​ທີ່​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສ​ອງປະ​ເທດ​ຫວຽດນາມ ​ແລະ ​ອິນ​ເດຍ, ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ ​ແລະ ການພົບ​ປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ. ງານ​ວາງສະ​ແດງ​ແມ່ນ​ເຫດການ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ, ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​​ໃຫ້ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດ​ສາດ, ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາວ​ອິນ​ເດຍ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ​ອີກ​ດ້ວຍ”.

        ງານ​ວາງສະ​ແດງ “ສາຍ​ພົວພັນ​ມິດຕະພາບຫວຽດນາມ - ອິນ​ເດຍ: ສາມັກຄີ, ຮ່ວມ​ມື ​ແລະ ພັດທະນາ” ຈະ​ແກ່ຍາວຮອດວັນ​ທີ 16/8/2012 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ