ໄຂງານແຂ່ງຂັນຊີງຊະນະເລີດກິລາໝາກເສິກສາກົນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019

(VOVWORLD) -     ວັນທີ 28 ເດືອນຕຸລາ, ຢູ່ນະຄອນບັກຢາງຂອງຫວຽດນາມ, ໄດ້ດໍາເນີນພິທີໄຂງານແຂ່ງຂັນຊີງຊະນະເລີດກິລາໝາກເສິກສາກົນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019.
ໄຂງານແຂ່ງຂັນຊີງຊະນະເລີດກິລາໝາກເສິກສາກົນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 - ảnh 1ເຂົ້າຮ່ວມງານແຂ່ງຄັ້ງນີ້ ມີນັກກິລາດີເດັ່ນທີ່ມາຈາກ 5 ປະເທດ ຫວຽດນາມ, ລາວ, ມຽນມາ, ອິນໂດເນເຊຍ ແລະ ຟີລິບປິນ (ພາບ: TTXVN)

ງານແຂ່ງຂັນດັ່ງກ່າວ ໂດຍກົມໃຫຍ່ກິລາ, ກາຍຍະກໍາ, ສະຫະພັນໝາກເສິກຫວຽດນາມ ສົມທົບກັບ ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງບັກຢາງ ຈັດຕັ້ງຂຶ້ນ.

        ງານແຂ່ງຂັນກິລາໝາກເສິກສາກົນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 ຄັ້ງນີ້ ໄດ້ດໍາເນີນໃນລະຫວ່າງວັນທີ 25 ຕຸລາ - 3 ພະຈິກ. ເຂົ້າຮ່ວມງານແຂ່ງຄັ້ງນີ້ ມີນັກກິລາດີເດັ່ນທີ່ມາຈາກ 5 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງລວມມີ: ຫວຽດນາມ, ລາວ, ມຽນມາ, ອິນໂດເນເຊຍ ແລະ ຟີລິບປິນ.


 

ຕອບກັບ

ຂ່າວ/ບົດ​ອື່ນ