ໄຂງານ Festval ທະເລ Thuan An 2012

ໄຂງານ Festval  ທະເລ Thuan An 2012 - ảnh 1
(ພາບ:vnvista.com)

( vovworld ) – ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດທາງ​ທິດ​ເໜືອ​ຂອງ​ພາກ​ກາງຫວຽດນາມ-​Hue 2012, ​ແຕ່​ວັນ​ທີ 27-29/4, ​ແຂວງ Thua Thien Hue ​ໄດ້​ຈັດ​ງານ Festval  ທະ​ເລ Thuan An 2012 ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ພົບ​ປະກັນ​ຢູ່​ທະ​ເລ“ ຊື່​ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ….​ຕາມ​ຜູ້ຕາງໜ້າ​ການ​ນຳ​ເມືອງ Phu Vang ແຂວງ Thua Thien Hue ​ແລ້ວ, ທະ​ເລ Thuan An 2012 ​ແມ່ນ​ງານ​ບຸນ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ, ຊື່​ງ​ໄດ້​ກາຍ​ເປັນ​ເຄື່ອງໝາຍທີ່​ມີ​ຊື່​ສຽງ​ດ້ານ​ການທ່ອງທ່ຽວ​ບັນ​ເທິງ, ພັກຜ່ອນ​ຢ່ອນ​ອາລົມຢູ່​ເຂດ​ທະ​ເລ​ຂອງເມືອງ Phu Vang ​ເວົ້າສະ​ເພາະ ​ແລະ ແຂວງ Thua Thien Hue ​ເວົ້າລວມ. ​ໃນ​ງານ​ບຸນ​ຂອງ​ແຕ່ລະ​ປີ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ລ້ວນ​ແຕ່​ເພີ່ມ​ຂຶ້ນ; ຄາດ​ວ່າ ​ໃນ​ປີ​ນີ້​ຈະ​ມີ​ແຂກ​ທ່ອງ​ທ່ຽວ​ປະມານ 30.000 ​ເທື່ອ​ຄົນ/ມື້. ຍ້ອນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ດ້ານ​ການທ່ອງທ່ຽວ​ທະ​ເລ, ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ສັງຄົມຂອງ​ເມືອງ, ການທ່ອງທ່ຽວ​ທະ​ເລ​ແມ່ນ​ກຳລັງ​ໜູນ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ບັນດາ​ຂະ​ແໜງ​ອື່ນໆ. ​ໃນ​ສະ​ເພາະ​ໜ້າ, ພ້ອມ​ກັບ​ການ​ຂຸດ​ຄົ້ນການທ່ອງທ່ຽວ​ທະ​ເລ Thuan An ​ແລ້ວ, Phu Vang ຍັງ​ສືບ​ຕໍ່​ຂຸດ​ຄົ້ນບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ແຫ່ງ​ອື່ນໆ​ຕື່ມ​ອີກ​ຄື: Vinh An, Vinh Xuan… ​ເພື່ອ​ດຶງ​ດູດ​​ແຂກ​ທ່ອງ​ທ່ຽວ.

 

 

 

 

ຂ່າວ/ບົດ​ອື່ນ