ພາບປະກອບ
(vovworld)
– “ປີ ຝຣັ່ງ ຢູ່ ຫວຽດນາມ”
ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄຳ່ວັນທີ 9/4 ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ Nicole Bricq,
ລັດຖະມົນຕີກະຊວງການຄ້າຕ່າງປະເທດ ຝຣັ່ງ ຢືນຢັນວ່າສາຍພົວພັນລະຫວ່າງ ຝຣັ່ງ
ແລະ ຫວຽດນາມ ແມ່ນໄວ້ເນື້ອເຊື່ອໃຈ ແລະ ມິດຕະພາບ. ຫວຽດນາມ
ພວມຜ່ານຜ່າໄລຍະພັດທະນາຢ່າງແຮງ, ຝຣັ່ງ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຮ່ວມມືກັບ
ຫວຽດນາມ
ໂດຍອີງໃສ່ພື້ນຖານອັນດີງາມທີ່ມີຢູແລ້ວ. ຕາງໜ້າໃຫ້ລັດຖະບານ
ຫວຽດນາມ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ
ຮ່ວາງຕວນແອງ ກ່າວຄຳເຫັນເນັ້ນໜັກວ່າ ກ່ອນນີ້ 40 ປີ, ຫວຽດນາມ ແລະ ຝຣັ່ງ
ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ ນີ້ແມ່ນເຫດການສຳຄັນ,
ເປັນຂີດໝາຍໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງ 2 ປະເທດ. ຫວຽດນາມ ຈະມານະພະຍາຍາມ
ຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາເພື່ອນ ຝຣັ່ງ ຈັດຕັ້ງເຫດການຕ່າງໆໃນປີ
ຫວຽດນາມ - ຝຮັ່ງ, ຝຣັ່ງ - ຫວຽດນາມ 2013
–
2014 ດ້ວຍການເຄື່ອນໄຫວຫຼາຍຢ່າງຢູ່ 2 ປະເທດໃຫ້ສຳເລັດຜົນ.