(ລາຍການຊຸມວັນວັນນະຄະດີເອີລົບຄັ້ງທີ 6 ຢູ່ຮ່າໂນ້ຍ)
(vovworld) - ລາຍການຊຸມວັນວັນນະຄະດີເອີລົບຄັ້ງທີ 6 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 5/5 ຢູ່ ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງ 8 ປະເທດເອີລົບເຊັ່ນ: ແດນມາກ, ເຢັຍລະມັນ, ຝລັ່ງ, ສູແອດ, ອັງກິດ, ອີຕາລີ, ແອດສະປາຍ ແລະ Wallonia – Brussels (ແບນຊິກ). ໃນຂອບເຂດລາຍການ, ບັນດາຜູ້ອ່ານ ຫວຽດນາມ ຈະໄດ້ອ່ານບົດປະພັນໃໝ່ຫຼາຍບົດທີ່ ແປເປັນພາສາ ຫວຽດເປັນຄັ້ງທຳອິດ. ທ່ານນາງ ເລຕວຽດຍຸງ, ຜູ້ຕາງໜ້າຄະນະຜູ້ແທນWallonia – Brussels (ແບນຊິກ), ໃຫ້ຮູ້ວ່າ:
“ຂ້າພະເຈົ້າຄິດວ່າຊຸມວັນວັນນະຄະດີເອີລົບຢູ່ ຫວຽດນາມ ຈະຊ່ວຍໃຫ້ຜູ້ອ່ານ ຫວຽດນາມມີທັດສະນະຢ່າງກວ້າງຂວາງກວ່າ ກ່ຽວກັບບັນດາພື້ນຖານວັດທະນະທຳຢູ່ໃນໂລກ. ກໍ່ຄືມີທັດສະນະເປີດເຜີຍກວ່າກ່ຽວກັບພື້ນຖານວັດທະນະທຳຂອງບັນດາປະເທດດັ່ງກ່າວ“.