ໄຂລາຍການທ່ອງທ່ຽວ “ຜ່ານບັນດາເຂດມໍລະດົກຫວຽດບັກ”
ພາບ:thainguyentv.vn
|
(vovworld)- ລາຍການດັ່ງກ່າວຖືກໄຂຂຶ້ນໃນຕອນຄ່ຳວັນທີ 18/11 ຢູ່ ແຂວງ ທາຍງວຽນ. ນີ້ແມ່ນການເຄື່ອນໄຫວໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນການທ່ອງທ່ຽວ, ດຶງດູດບັນດານັກລົງທຶນ, ວິສາຫະກິດເຂົ້າຮ່ວມການຮ່ວມສຳພັນການລົງທຶນພັດທະນາການທ່ອງທ່ຽວໃຫຍ່ສຸດໃນປີຂອງ 6 ແຂວງເຂດຫວຽດບັກ(ພາກເຫນືອຫວຽດນາມ)ຄື: ທາຍງວຽນ, ບັກກ້ານ, ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ. ເປີດສາກພິທີໄຂແມ່ນລາຍການສະແດງສິລະປະຂອງກອງສິລະປະກອນເຂດ ຫວຽດບັກເຊິ່ງໄດ້ວາດພາບບັນດາງານບຸນ ແລະຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ. ກ່າວຄຳເຫັນນະພິທີ, ຜູ້ຕາງຫນ້າການນຳແຂວງ ທາຍງວຽນ ແລະ ກົມໃຫຍ່ທ່ອງທ່ຽວຫວຽດນາມ ຊີ້ແຈ້ງວ່າ: ຫວຽດບັກ ແມ່ນສະຖານທີ່ດຳລົງຊີວິດແຕ່ດົນນານມາແລ້ວຂອງ 20 ກວ່າຊົນເຜົ່າອ້າຍນ້ອງ, ແມ່ນແຫ່ງເຕົ້າໂຮມຂອງພື້ນຖານວັດທະນະທຳຂອງທ້ອງຖິ່ນທີ່ອຸດົມສົມບູນ, ຫລາຍຮູບຫລາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນຊົນເຜົ່າ, ແມ່ນບ້ານເກີດການປະຕິວັດ. ທ່ານ ຫງວຽນວັນຕວນ, ຫົວຫນ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ເນັ້ນຫນັກວ່າ:
“ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຄວາມເປັນເອກະລັກສະເພາະຂອງເຂດ ແລະ ກຳລັງແຮງຮ່ວມສຳພັນການພັດທະນາການທ່ອງທ່ຽວຫວຽດບັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເຫນີບັນດາທ້ອງຖິ່ນໃນເຂດສ້າງແຜນສັງລວມເທື່ອລະກ້າວເພື່ອປະຕິບັດບັນດາລາຍການພັດທະນາທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວດ້ວຍລະດັບເຂດຢ່າງແທ້ຈິງ ແລະ ຍືນຍົງ.”