ໄຂວັນກາບກອນຫວຽດນາມປີ 2012
(ພາບ: vnexpress.net)
ເພື່ອເປັນການສະເຫຼີມສະຫຼອງວັນກາບກອນຫວຽດນາມ ວັນເພງເດືອນຈຽງ ໂດຍໄລ່ຕາມຈັນທະປະຕິທິນຫວຽດນາມ, ຕອນເຊົ້າວັນທີ 5 ກຸມພາ ກົງກັບ ວັນທີ 14ເດືອນຈຽງ, ຢູ່ທ້ອງຖ່ີນຕ່າງໆໃນທົ່ວປະເທດລ້ວນແຕ່ຈັດວັນກາບກອນຫວຽດນາມ ຢ່າງຟົດຟື້ນມ່ວນຊື່ນ. ຢູ່ ຮ່າໂນ້ຍ, ວັນກາບກອນຫວຽດນາມ ຖືກຈັດຂຶ້ນດ້ວຍການເຄື່ອນໄຫວ ຫຼາຍຢ່າງ ຄື: ງານວາງສະແດງ ທີ່ມີຫົວເລື່ອງ“ 80 ປີແຫ່ງກາບກອນໃໝ່”, ການຂັບກາບກອນຫຼາຍເຂດແຄ້ວນ, ພິທີມອບລາງວັນວັນນະຄະດີ 2010-2011. ວັນກາບກອນຫວຽດນາມ ຢູ່ຮ່າໂນ້ຍໄດ້ດຶງດູດການເຂົ້າຮ່ວມຂອງນັກກະວີ 67 ຄົນທີ່ມາຈາກ 26 ປະເທດ ແລະ ເຂດແຄ້ວນ. ນັກກະວີ ຫງວຽນກວາງທ່ຽວ ຮອງປະທານສະມາຄົມນັກປະພັນຫວຽດນາມໃຫ້ຮູ້ວ່າ : “ ມີ 2 ຈຸດທີ່ສຳຄັນກ່ວາໝູ່ ຊຶ່ງພາຍຫຼັງ 10 ປີພວກເຮົາສາມາດປະຕິບັດໄດ້. ທີ່ 1 ແມ່ນໄດ້ຫັນ ວັນກາບກອນກາຍເປັນງານບຸນວັດທະນະທຳ, ຊຶ່ງແມ່ນງານບຸນ ທາງດ້ານຈິດໃຈຂອງປະຊາຊົນທັງປວງ. ໂດຍຜ່ານຄະນະ ຄຸ້ມຄອງດ້ານວັດທະນະ ທຳ, ພວກຂ້າພະເຈົ້າຮູ້ວ່າມີຜູ້ເຂົ້າຮວ່ມວັນກາບກອນຫວຽດນາມນັບມື້ນັບຫຼາຍຂຶ້ນ, ໃນນັ້ນຊາວຕ່າງປະເທດກໍສົນໃຈ ຫຼາຍຂຶ້ນ, ການເຄື່ອນໄຫວຂອງວັນກາບກອນຫວຽດນາມນັບມື້ນັບມີຫຼາຍຮູບ ຫຼາຍສີກ່ວາ ”
ສ່ວນ ວັນກາບກອນຫວຽດນາມທີ່ຈັດຂຶ້ນຢູ່ນະຄອນໂຮຈິມິນ ກໍມີການເຄື່ອນໄຫວ ຫຼາຍຢ່າງທີ່ເປັນເອກະລັກ ສະເພາະຄື: ງານຕັ້ງຄ້າຍແຕ່ງກາບກອນ, ງານປະກວດ ປະດັບປະດາຄ້າຍແຕ່ງກາບກອນ, ຂັບກາບກອນ ແລະ ອື່ນໆ. ທ່ານ ເລກວາງຈາງ ຮອງປະທານສະມາຄົມນັກປະພັນນະຄອນໃຫ້ຮູ້ວ່າ : “ປະຈຸບັນ, ພື້ນຖານ ກາບກອນພັດທະນາຢ່າງກ້ວາງຂວາງ, ນະຄອນໂຮຈິມິນ ມີນັກກາບກອນປະມານ 50 ຄົນທີ່ມີຊື່ສຽງ ໃນໝູ່ມະຫາຊົນ. ພວກຂ້າພະເຈົ້າຫວັງວ່າ ບັນດານັກກະວີໜຸ່ມຄວນເພີ່ມຄວາມຮັກກາບກອນ ເພື່ອສາມາດຕອບ ສະໜອງ ຄວາມຕ້ອງການຂອງມະຫາຊົນໃນປະຈຸບັນ ”
ໃນວັນດຽວກັນຢູ່ແຂວງ ກວາງງ້າຍ ກໍໄດ້ຈັດຕັ້ງ ວັນກາບກອນຫວຽດນາມຂຶ້ນ. ໃນ ວັນກາບກອນຫວຽດນາມ ຢູ່ແຂວງ ກວາງງ້າຍ, ບັນດາຜູ້ນິຍົມກາບກອນ ໄດ້ຮັບຟັງບັນດາບົດກະວີ, ບົດຂັບກາບກອນ ທີ່ຍ້ອງຍໍສັນລະເສີນ ຄວາມຮັກຕໍ່ ບ້ານເກີດເມືອງນອນ ແລະ ປະເທດຊາດ, ອະທິປະໄຕເຂດທະເລໝູ່ເກາະ, ນ້ຳໃຈຮັກຊາດຂອງ ຊາວແຂວງ ກວາງງ້າຍ ໃນຕະຫຼອດໄລຍະແຫ່ງການປົກປັກ ຮັກສາ ແລະ ສ້າງສາປະເທດຊາດຫວຽດນາມ.