ບັນດາເພື່ອນໜຸ່ມບໍລິຈາກເລືອດ |
(vovworld)- ຕອນເຊົ້າວັນທີ 8/3 ຢູ່ຮ່າໂນ້ຍ ໄດ້ໄຂວັນບຸນບໍລິຈາກເລືອດອາສາສະໝັກຍາມຕົ້ນລະດູບານໃໝ່ຄັ້ງທີ 8 ປີ 2015 ໂດຍສະຖາບັນເລືອດສາດ-ສົ່ງເລືອດສູນກາງ, ຄະນະຊີ້ນຳກ່ຽວກັບການຂົນຂວາຍບໍລິຈາກເລືອດອາສາສະໝັກ ນະຄອນຮ່າໂນ້ຍ ແລະ ສະມາຄົມຂົນຂວາຍບໍລິຈາກເລືອດອາສາສະໝັກຮ່າໂນ້ຍ ຈັດຕັ້ງຂຶ້ນ. ທີ່ພິທີ, ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິຊວຽນ ຢືນຢັນວ່າ ໃນໄລຍະທີຮ່ຜ່ານມາ, ໄຂວັນບຸນບໍລິຈາກເລືອດອາສາສະໝັກຍາມຕົ້ນລະດູບານໃໝ່ ໄດ້ປະກອບສ່ວນຊ່ວຍຂະແໜງສາທາລະນະສຸກແກ້ໄຂບັນຫາຂາດແຄນເລືອດເພື່ອປິ່ນປົວຄົນເຈັບ. ວັນບຸນບໍລິຈາກເລືອດອາສາສະໝັກຍາມຕົ້ນລະດູບານໃໝ່ປີນີ້ ຖືກດຳເນີນແຕ່ວັນທີ 24/2 ຫາວັນທີ 8/3 ດ້ວຍຈຸດໝາຍຮັບໄດ້ເລືອດ 8000 ຖົງ. ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິຊວຽນ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດອາສາສະໝັກ ໃຫ້ຮູ້ວ່າ :
“ ໃນເດືອນ 1 ແລະ ເດືອນ 2/2015, ໄດ້ມີ 35 ແຂວງ, ນະຄອນໃນທົ່ວປະເທດ ຈັດຕັ້ງການເຄື່ອນໄຫວຕອບສະໜອງວັນບຸນບໍລິຈາກເລືອດອາສາສະໝັກຍາມຕົ້ນລະດູບານໃໝ່, ຊຶ່ງພົ້ນເດັ່ນຂຶ້ນແມ່ນແຂວງ ຮ່ານາມ, ບັກກ້ານ, ກວາງບີງ, ກວາງນາມ, ເລີມດົງ, ດັກລັກ, ເກີນເທີ, ເບັ້ນແຈ, ດົງທາບ, ລອງອານ…ຂ້າພະເຈົ້າເຊື່ອໝັ້ນວ່າ ວັນບຸນບໍລິຈາກເລືອດອາສາສະໝັກປີນີ້ ຈະໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຊົນ, ພິເສດແມ່ນໄວໜຸ່ມ ແລະ ຈະໄດ້ຮັບເລືອດດ້ວຍປະລີມານຫຼາຍ ”.