ພິທີໄຂວັນບຸນ
(ພາບ:ninhthuan.gov.vn)
(VOV)- ຕອນຄ່ຳວັນທີ 14/10, ວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເຂດຊາວເຜົ່າຈຳ-Ninh Thuan 2012 ໄດ້ໄຂຂຶ້ນຢູ່ນະຄອນ Phan Rang-Thap Cham ແຂວງ Ninh Thuan. ດ້ວຍຫົວຂໍ້ “ວັດທະນະທຳເຜົ່າຈຳ-ການອະນຸລັກຮັກສາ, ເສີມຂະຫຍາຍ ແລະ ການເຊື່ອມໂຍງ“ ນັ້ນ, ພິທີໄຂວັນບຸນໄດ້ນຳມາເຊິ່ງບັນດາລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າຈຳໃຫ້ແກ່ຜູ້ຊົມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Ho Anh Tuan ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ:
“ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ-Ninh Thuan 2012 ໄດ້ຮັບການຈັດຕັ້ງຂຶ້ນກົງກັບໂອກາດງານບຸນປະເພນີກາເຕຂອງຊົນເຜົ່າຈຳ ຊື່ງໄດ້ເຮັດໃຫ້ຄຸນຄ່າ, ພະລັງຊີວິດຂອງວັດທະນະທຳຈຳໃນບັນດາເຜົ່າຫວຽດນາມ ໄດ້ຮັບການທະວີຄູນຂຶ້ນ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອພົບປະແລກປ່ຽນ, ເພີ່ມທະວີນ້ຳໃຈສາມັກຄີ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳປະເພນີອັນດີງາມ, ໂຄສະນາ, ແນະນຳກ່ຽວກັບຊົນເຜົ່າຈຳເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຄົ້ນຄ້ວາ, ເຄື່ອນໄຫວອັນແທດຈິງຕື່ມອີກ ເພື່ອປະກອບສ່ວນເບິ່ງແຍງຊີວິດດ້ານວັດທະນະທຳ, ການພັດທະນາເສດຖະກິດສັງຄົມຢູ່ເຂດຊົນເຜົ່າຈຳອີກດ້ວຍ“.
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ-Ninh Thuan ຄັ້ງທີ 2 ປີ 2012 ຖືກດຳເນີນໄປແຕ່ວັນທີ 14-16/10 ຊື່ງມີບັນດາການເຄື່ອນໄຫວທີ່ອຸດົມສົມບູນຄື: ການວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະດ້ານວັດທະນະທຳບັນດາຊົນເຜົ່າຫວຽດນາມ, ງານວາງສະແດງວັດທະນະທຳຊົນເຜົ່າຈຳ, ການສະແດງສິລະປະພື້ນເມືອງຊົນເຜົ່າຈຳ, ອາຫານການກິນ, ການແຂ່ງຂັນກິລາປະເພດຕ່າງໆ…..