(VOVWORLD) -ວັນບຸນໜັງສືພິມທົ່ວປະເທດ 2023 ໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງ 87 ຮ້ານ ເຊິ່ງວາງສະແດງບັນດາຜົນງານໜັງສືພິມລະດູບານໃໝ່ ແລະ ບັນດາຜົນງານໜັງສືພິມດີເດັ່ນໃນປີ 2022 ແລະ ໄຕມາດທີ 1 ປີ 2023,
ເຂດວາງສະແດງຂອງ ສະຖານີວິທະຍຸກະຈາຍສຽງຫວຽດນາມ (ພາບ: VOV) |
ຄວາມສາມັກຄີ - ເປັນມືອາຊີບ - ວັດທະນະທຳ - ປະດິດຄິດສ້າງ ແມ່ນຫົວຂໍ້ຂອງວັນບຸນສື່ມວນຊົນທົ່ວປະເທດ 2023 ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 17 ມີນາ, ຢູ່ຫໍພິພິທະພັນຮ່າໂນ້ຍ. ກ່າວຄຳຫັນໄຂເຫດການ, ທ່ານ ເລກວັກມິງ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຍິນເຢິນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ເນັ້ນໜັກວ່າ:
ວັນບຸນໜັງສືພິມທົ່ວປະເທດ 2023 ເຊີດຊູບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ການພັດທະນາຢ່າງແຮງຂອງສື່ມວນຊົນປະຕິວັດ ຫວຽດນາມ, ໂຄສະນາບັນດາຜົນງານສື່ມວນຊົນທີ່ຕິດພັນກັບການເຄື່ອນໄຫວອອກແຮງງານ, ປະດິດຄິດສ້າງ ຂອງນັກຂ່າວໃນທົ່ວປະເທດ, ເພີ່ມທະວີການພົວພັນແລກປ່ຽນ, ພົບປະລະຫວ່າງຜູ້ເຮັດວຽກງານການຂ່າວ ກັບມະຫາຊົນ, ສົ່ງເສີມວົງການນັກຂ່າວປະຕິບັດບົດບາດ, ໜ້າທີ່ຄວາມຮັບຜິດຊອບໃຫ້ເປັນຢ່າງດີ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນທີ່ນັບມື້ນັບສູງຂອງປະຊາຊົນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງສະມາຄົມນັກຂ່າວ ຫວຽດນາມ ໃນການວຽກງານໜັງສືພິມເວົ້າລວມ ແລະ ສັງຄົມເວົ້າສະເພາະ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູ, ລະດົມກຳລັງໃຈບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດາຫົວໜ່ວຍ, ສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສື່ມວນຊົນປະຕິວັດ ຫວຽດນາມ.
ວັນບຸນໜັງສືພິມທົ່ວປະເທດ 2023 ໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງ 87 ຮ້ານ ເຊິ່ງວາງສະແດງບັນດາຜົນງານໜັງສືພິມລະດູບານໃໝ່ ແລະ ບັນດາຜົນງານໜັງສືພິມດີເດັ່ນໃນປີ 2022 ແລະ ໄຕມາດທີ 1 ປີ 2023, ດ້ວຍການເຂົ້າຮ່ວມຂອງ ສະມາຄົມນັກຂ່າວ 63 ແຂວງ, ນະຄອນ, ອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ 60 ແຫ່ງ, ພ້ອມກັບບັນດາຮ້ານວາງສະແດງຫົວເລື່ອງສະເພາະທີ່ດີເດັ່ນຂອງບັນດາໜ່ວຍສະມາຄົມນັກຂ່າວໃນນັ້ນມີສະຖານີວິທະຍຸກະຈາຍສຽງ ຫວຽດນາມ