ພິທີໄຂວັນປື້ມຫວຽດນາມ
ພາບ:VietNamnet
|
(vovworld)- ວັນປື້ມຫວຽດນາມ ຄັ້ງທີ 4 ປີ 2017 ດ້ວຍຫົວຂໍ້ “ປື້ມ ແລະ ການພັດທະນາພູມປັນຍາວົງຄະນາຍາດ” ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 6/4 ຢູ່ ຮ່າໂນ້ຍ. ເລື່ອງຈັດຕັ້ງວັນປື້ມ ຫວຽດນາມ ເພື່ອແນໃສ່ສືບຕໍ່ຢືນຢັນ, ເຊີດຊູບັນດາຄຸນຄ່າຂອງປື້ມ, ຄວາມໝາຍດ້ານວັດທະນະທຳ, ຄວາມຈຳເປັນຂອງວັນປື້ມຫວຽດນາມໃນຊີວິດທາງດ້ານຈິດໃຈຂອງວົງຄະນາຍາດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຮົ່ງມີງ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ, ຫົວຫນ້າຄະນະຊີ້ນຳວັນປື້ມຫວຽດນາມ 2017 ເນັ້ນຫນັກວ່າ:
“ຈຸດປະສົງຂອງວັນປື້ມຫວຽດນາມຄັ້ງທີ 4 ແມ່ນເພື່ອແນໃສ່ດຶງດູດການຕອບສະຫນອງຂອງສັງຄົມຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ, ພ້ອມທັງລະດົມການເຂົ້າຮ່ວມຂອງວົງຄະນາຍາດ ແລະ ທຸກແຫລ່ງກຳລັງສັງຄົມໃນການລົງທຶນພັດທະນາວັດທະນະທຳອ່ານ, ສ້າງຂົວຕໍ່ລະຫວ່າງປະຊາຊົນກັບຄຸນຄ່າຂອງປື້ມແຕ່ລະຫົວ, ລະຫວ່າງຄວາມຕ້ອງການນຳໃຊ້ດ້ວຍຈຸດໝາຍພັດທະນາຂອງສັງຄົມ.”
ວັນປື້ມຫວຽດນາມ ໄດ້ແນະນຳ, ຂາຍຜະລິດຕະພັນການພິມຂອງ 80 ຫົວຫນ່ວຍ, ສຳນັກພິມຈຳຫນ່າຍ, ບໍລິສັດພິມຈຳຫນ່າຍໃນທົ່ວປະເທດ ດ້ວຍ ປື້ມ 40.000 ຫົວ ໃນຫົວເລື່ອງຕ່າງໆຂື້ນກັບຫລາຍຂົງເຂດ: ການເມືອງ, ກົດໝາຍ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ເຕັກນິກ, ວັດທະນະທຳ, ສາສະຫນາ.