(vovworld) – ຕອນເຊົ້າວັນທີ 6/10, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ໄຂກອງປະຊຸມຄັ້ງທີ 32. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ຊີ້ແຈ້ງວ່າ: ນີ້ແມ່ນວາລະປະຊຸມເພື່ອແນໃສ່ ການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໃກ້ຈະມາເຖິງ, ໃນນັ້ນມີການນຳໃຊ້ທົດລອງສຳນັກງານສະພາແຫ່ງຊາດຫຼັງໃໝ່. ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານໄດ້ກະກຽມຢ່າງຕັ້ງໜ້າເຂົ້າໃນວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີໃຫ້ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ກວດກາບົດລາຍການຢ່າງລະອຽດ, ເນື້ອໃນຮັບປະກັນຄຸນນະພາບຂອງບັນດາຮ່າງກົດໝາຍທີ່ກອງປະຊຸມສະໄໝສາມັນເທື່ອທີ 8.
ຈາກນັ້ນ, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ແຜນຮ່າງກວດສອບບັນຊີປີ 2015. ຕາມບົດລາຍງານຂອງກົມໃຫຍ່ກວດສອບບັນຊີແຫ່ງລັດ, ປີ 2015, ຄະນະກວດສອບບັນຊີແຫ່ງລັດໄດ້ວາງຈຸດສຸມວຽກງານຮັບປະກັນການຕີລາຄາເລື່ອງຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ວຽກງານຄຸ້ມຄອງ, ບໍລິຫານຂອງລັດຖະບານ.
ເມື່ອປະກອບຄຳເຫັນໃສ່ເນື້ອໃນນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີວ່າ: ການກວດກາແຕ່ລະຄັ້ງຄວນໄດ້ຮັບການປະຕິບັດຢ່າງມີຈຸດສຸມກ່ວາ, ມີຂໍ້ສະຫລຸບຢ່າງແໜ້ນແຟ້ນ, ລະອຽດ, ພິເສດເອົາໃຈໃສ່ເຖິງບັນຫາທີ່ຖອດຖອນມາໄດ້ພາຍຫຼັງການກວດສອບ ແລະ ມີທິດສະເໜີແກ້ໄຂຄວາມຮັບຜິດຊອບຂອງໝູ່ຄະນະ, ສ່ວນບຸກຄົນທີ່ກ່ຽວຂ້ອງ.
ຕອນບ່າຍວັນທີ 6/10, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກົດໝາຍ.