ກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ APEC
ພາບ: internet
|
(vovworld) - ຄ້ຳປະກັນດ້ານສະບຽງອາຫານ ແລະ ເພີ່ມທະວີຄວາມສາມາດກຽມພ້ອມຮັບມືກັບສະພາວະສຸກເສີນ ແມ່ນບັນດາບັນຫາຈຸດສຸມຊື່ງໄດ້ນຳມາປຶກສາຫາລືທີ່ວາລະປະຊຸມລັດຖະມົນຕີການຕ່າງປະເທດ ແລະ ການຄ້າບັນດາພື້ນຖານເສດຖະກິດສະມາຊິກຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ຖືກໄຂຂຶ້ນໃນວັນທີ 6/9 ຢູ່ ນະຄອນ Vladivostok ຂອງລັດເຊຍ. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນຫນັກວ່າ: ລັດເຊຍ ສະເຫນີສຸມຄວາມມານະພະຍາຍາມການບຸລິມະສິດຄື ການຄ້າ ການລົງທຶນເສລີ, ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ, ສ້າງລະບົບພະລາທິການ ຄົມມະນາຄົມສຳເລັດຜົນ, ຄ້ຳປະກັນດ້ານສະບຽງອາຫານ, ພັດທະນາເຕັກໂນໂລຊີໃຫມ່ ແລະ ຮ່ວມມືເພື່ອຈຸດປະສົງຊຸກຍູ້ການລົງທຶນ. ສະນັ້ນ ລັດເຊຍ ປາດຖະຫນາຢາກໃຫ້ກອງປະຊຸມສຸດຍອດ APEC ຄັ້ງນີ້ ບັນລຸໄດ້ບັນດາຜົນງານໃຫຍ່ໃນບັນດາຂົງເຂດດັ່ງກ່າວ. ນອກນັ້ນ ລັດເຊຍ ປາດຖະຫນາວ່າ ຜົນສຳເລັດຂອງກອງປະຊຸມຈະຊ່ວຍມົດສະກູພັດທະນາເສດຖະກິດເຂດຕາເວັນອອກໄກ ແລະ ດຶງດູດການລົງທຶນຕ່າງປະເທດເຂົ້າລັດເຊຍ. ກອງປະຊຸມສຸດຍອດ APEC ຈະດຳເນີນໄປຢ່າງເປັນທາງການໃນວັນທີ 8 -9/9.