ໄຂວາລະປະຊຸມເທື່ອທີ2ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 15/08 ຢູ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂວາລະປະຊຸມເທື່ອທີ 2. ໃນລະຫວ່າງວັນທີ 15 – 16/08, ຄະນະປະຈຳສະພາແຫ່ງຊາດປຶກສາຫາລືບັນດາເນື້ອໃນຄື: ຕີລາຄາໝາກຜົນເບື້ອງຕົ້ນກ່ຽວກັບການຈັດຕັ້ງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ແລະ ວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 2; ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍກຳລັງພິທັກຮັກສາ; ຮ່າງກົດໝາຍວ່າດ້ວຍຕຳຫລວດຕາແສງ ແລະ ບັນດາເນື້ອໃນສຳຄັນອື່ນໆ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ:
“ວາລະປະຊຸມຄັ້ງນີ້, ດ້ວຍບັນດາເນື້ອໃນລຸ່ມນີ້: ທີ 1 ແມ່ນຕີລາຄາໝາກຜົນເບື້ອງຕົ້ນກ່ຽວກັບການຈັດຕັ້ງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ແລະ ໃຫ້ຄຳເຫັນເລື່ອງກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14; ທີ 2 ແມ່ນໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍກຳລັງພິທັກຮັກສາແລະ ຮ່າງກົດໝາຍວ່າດ້ວຍຕຳຫລວດຕາແສງ. ທີ 3 ແມ່ນໃຫ້ຄຳເຫັນກ່ຽວກັບໃບສະເໜີຂອງລັດຖະບານທີ່ກ່ຽວຂ້ອງເຖິງເລື່ອງປັບປຸງແຜນການທຶນຕ່າງປະເທດປີ 2016; ໃຫ້ຄຳເຫັນກ່ຽວກັບໃບສະເໜີຂອງລັດຖະບານກ່ຽວກັບຂໍ້ສະເໜີນຳໃຊ້ແຫຼ່ງທຶນພັນທະບັດລັດຖະບານໄລຍະ 2012 – 2015 ຂອງໂຄງການໜອງ ຕາແຈ້ກ ໃຫ້ເໝາະສົມກັບຄ່າຊົດເຊີຍ, ຍົກຍ້າຍປະຊາຊົນໄປຕັ້ງຖິ່ນຖານຄົງທີ່.”