ໄຂຮອບຊິງຊະນະເລີດ Robocon ຫວຽດນາມ ປີ 2018

(VOVWORLD) -ທີ່ງານແຂ່ງຂັນປີນີ້, ຫວຽດນາມ ໄດ້ຄັດເລືອກເອົາ 2 ທິມດີເດັ່ນທີ່ສຸດໃນທົ່ວປະເທດເພື່ອເຂົ້າຮ່ວມການແຂ່ງຂັນຫົວຄິດປະດິດສ້າງ Robocon ອາຊີ - ປາຊີຟິກ 2018
ໄຂຮອບຊິງຊະນະເລີດ Robocon ຫວຽດນາມ ປີ 2018 - ảnh 1ພິທີໄຂໃນວັນທີ 8 ພຶດສະພາ

32 ທິມດີເດັ່ນທີ່ສຸດໃນທົ່ວປະເທດເຂົ້າຮ່ວມຮອບຊິງຊະນະເລີດການແຂ່ງຂັນ Robocon ຫວຽດນາມ ປີ 2018 ດ້ວຍຫົວຂໍ້ “ໂຍນໝາກຄອນ”, ໄຂຂຶ້ນໃນວັນທີ 8 ພຶດສະພາ, ຢູ່ນະຄອນ ຫວິງອຽນ, ແຂວງ ຫວີງຟຸກ. ທີ່ງານແຂ່ງຂັນປີນີ້, ຫວຽດນາມ ໄດ້ຄັດເລືອກເອົາ 2 ທິມດີເດັ່ນທີ່ສຸດໃນທົ່ວປະເທດເພື່ອເຂົ້າຮ່ວມການແຂ່ງຂັນຫົວຄິດປະດິດສ້າງ Robocon ອາຊີ - ປາຊີຟິກ 2018. ແນວຄວາມຄິດຂອງການແຂ່ງຂັນຫົວຄິດປະດິດສ້າງ ອາຊີ - ປາຊີຟິກ 2018 ໄດ້ຮັບການສ້າງຕັ້ງໂດຍອີງໃສ່ການລະຫຼິ້ນພື້ນເມືອງທີ່ລຶ້ງເຄີຍຂອງ ຫວຽດນາມ ມີຊື່ວ່າ: “ໂຍນໝາກຄອນ”. ຫົວຂໍ້ການແຂ່ງຂັນດ້ວຍຈຸດໃໝ່ດ້ານເຕັກນິກຫຼາຍຢ່າງ ຮຽກຮ້ອງໃຫ້ບັນດາທິມອອກແບບ Robocon ຕ້ອງເຕົ້າໂຮມບັນດາປັດໄຈຄື: ເຕັນນິກ, ລະດັບຄວາມຊັດເຈນ, ຄວາມຄ່ອງແຄ້ວ ແລະ ການອອກແບບໝາກຄອນທີ່ເປັນເອກະລັກສະເພາະ, ມີສີສັນຫຼາກຫຼາຍເປັນສີສັນສະເພາະຂອງແຕ່ລະທິມ…

ຕອບກັບ

ຂ່າວ/ບົດ​ອື່ນ