(vovworld) – ຕອນເຊົ້າວັນທີ 26/08, ຢູ່ນະຄອນດ່ານັ້ງ, ໄດ້ໄຂເວທີປາໄສທະເລອາຊຽນ ຄັ້ງທີ 5 (AMF 5) ແລະ ເວທີປາໄສທະເລອາຊຽນ ເປີດກວ້າງຄັ້ງທີ 3 (EAMF 3). ເວທີປາໄສແມ່ນເພື່ອແນໃສ່ເສີມຂະຫຍາຍບົດບາດເປັນເຈົ້າພາທາງຂອງອາຊຽນ ໃນການຊຸກຍູ້ການຮ່ວມມືບົນທະເລ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ໂດຍສະເພາະແມ່ນການຮັບປະກັນຄວາມສະຫງົບປອດໄພ,ໃນການເດີນເຮືອຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ. ເວທີປາໄສມີການເຂົ້າຮ່ວມຂອງ 10 ປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມມືຂັ້ນສູງອາຊີຕາເວັນອອກຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອີນເດຍ, ອົດສຕາລີ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ. ເລື່ອງຫວຽດນາມ ເປັນເຂົ້າພາບຈັດຕັ້ງບັນດາເວທີປາໄສຄັ້ງນີ້ແມ່ນເພື່ອແນໃສ່ສະແດງບົດບາດ, ໜ້າທີ່ຮັບຜິດຊອບ ແລະ ການປະກອບສ່ວນຂອງຫວຽດນາມ ສຳລັບຂົງເຂດສຳຄັນ ແລະ ໃຫ້ບຸລິມະສິດຂອງອາຊຽນ ກ່ຽວກັບການຮ່ວມມືບົນທະເລ ແລະ ຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລຢູ່ພາກພື້ນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ, ຫົວໜ້າຄະນະເຈລະຈາຫວຽດນາມ ເຂົ້າຮ່ວມ AMF 5 ແລະ EAMF 3 ໃຫ້ຮູ້ວ່າ.
“ທີ່ເວທີປາໄສທະເລນີ້, ຫວຽດນາມ ເປັນເຈົ້າພາບ ແລະ ເຂົ້າຮ່ວມການບໍລິຫານເວທີປາໄສທະເລອາຊຽນ ແລະ ເວທີປາໄສທະເລອາຊຽນ ເປີດກວ້າງ. ພວກເຮົາໄດ້ເປັນເຈົ້າການທາບທາມບັນດາປະເທດ, ສະເໜີຫົວຂໍ້ໃຫ້ກອງປະຊຸມແຕ່ລະຄັ້ງ, ໃນນັ້ນມີການຕີລາຄາຄືນການຮ່ວມມືກ່ຽວກັບສະພາບການທີ່ຜ່ານມາ, ກວດການຄືນການປະຕິບັດສົນທິສັນຍາສະຫະປະຊາຊາດກ່ຽວກັບທະເລ, ເຊິ່ງປີ 2014 ນີ້ແມ່ນລະນຶກ 20 ປີທີ່ສົນທິສັນຍາມີຜົນສັກສິດ. ພວກເຮົາຫວັງວ່າ, ໝາກຜົນກອງປະຊຸມຢູ່ດ່ານັ້ງ ຈະມີຂໍສະເໜີແນະຢ່າງລະອຽດ ແລະ ແທດຈິງໃຫ້ແກ່ການຮ່ວມມືບົນທະເລ, ກໍ່ຄືຮັບປະກັນສະພາບແວດລ້ອມຄວາມສະຫງົບປອດໄພໃນການເດີນທະເລ”.