ໄຂເວທີປາໄສຊາວໜຸ່ມກຳປູເຈຍ-ລາວ-ຫວຽດນາມຄັ້ງທີ6
ມິ້ບິ່ງ, ນັກຂ່າວVOVປະຈຳລາວ -  
(ໄຂເວທີປາໄສຊາວໜຸ່ມກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 6)
(vovworld) - ເວທີປາໄສຊາວໜຸ່ມເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 6 ຖືກໄຂຂຶ້ນຢູ່ແຂວງ ຈຳປາສັກ, ໃນວັນທີ 09/12, ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດກອງປະຊຸມຄະນະກຳມະການປະສານງານລວມເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10. ເວທີປາໄສແມ່ນເຫດການຖືກຈັດຂຶ້ນປະຈຳປີ, ເພື່ອແນໃສ່ເພີ່ມທະວີ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງຊາວໜຸ່ມ 3 ປະເທດ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ອາລຸນໄຊ ສູນນະລາດ, ຫົວໜ້າຫ້ອງການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທັງເປັນຫົວໜ້າຄະນະຜູເແທນຊາວໜຸ່ມລາວ ໃຫ້ຮູ້ວ່າ.
(ທ່ານ ອາລຸນໄຊ ສູນນະລາດ)
ໃນຂອບເຂດຂອງເວທີປາໄສ, ວັນທີ 10/12, 3 ປະເທດຈະລົງນາມໃນຖະແຫຼງການຮ່ວມ ຮ່ວມມືຊາວໜຸ່ມ ກຳປູເຈຍ - ລາວ - ຫວຽດນາມ ເພື່ອຢືນຢັນທັດສະນະ ແລະ ທິດທາງຮ່ວມມືຂອງຊາວໜຸ່ມ 3 ປະເທດ.
ມິ້ບິ່ງ, ນັກຂ່າວVOVປະຈຳລາວ