ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີ
(ພາບ: ກີມແທງ)
(vovworld) – ຕອນເຊົ້າວັນທີ 20/06 ຢູ່ຮ່າໂນ້ຍ ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີໄຂເວທີປາໄສ ເດັກນ້ອຍ ອາຊຽນ ຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ອາຊຽນດຽວ-ວິໄສທັດດຽວແກ່ເດັກນ້ອຍ” ເຂົ້າຮ່ວມພິທີ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ບັນດາຜູ້ແທນ, ເດັກນ້ອຍທີ່ມາຈາກ 8 ປະເທດໃນພາກພື້ນ ອາຊຽນ.
ກ່າວຄຳເຫັນທີ່ພິທີໄຂ ທ່ານລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ດ່າວງ້ອກຢູງ ໃຫ້ຮຸ້ວ່າ: ເວທີປາໄສເດັກນ້ອຍຄັ້ງທີ 4 ຢູ່ ຫວຽດນາມ ແມ່ນເຫດການພິເສດ ແລະ ມີຄວາມໝາຍທີ່ສຸດສຳລັບເດັກນ້ອຍ. ບັນດາເນື້ອໃນປຶກສາຫາລືທີ່ເວທີປາໄສແມ່ນກ່ຽວກັບການປ້ອງກັນ, ຕ້ານການຄ້າເດັກນ້ອຍໃນ ອາຊຽນ; ປົກປ້ອງເດັກນ້ອຍໃນສະພາບແວດລ້ອມທາງອິນເຕີແນັດ; ປ້ອງກັນຕ້ານການໃຊ້ຄວາມຮຸນແຮງສຳລັບເດັກນ້ອຍ ແລະ ເດັກນ້ອຍກັບການປ່ຽນແປງຂອງດິນຟ້າອາກາດແມ່ນເໝາະສົມທີ່ສຸດ, ແທດຈິງໃນການປະຕິບັດສິດຂອງເດັກນ້ອຍປະຈຸບັນໃນອາຊຽນ. ທ່ານ ດ່າວງ້ອກຢູງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າ ຫວັງວ່າຈະໄດ້ຮັບເອົາບັນດາແນວຄວາມຄິດຂອງເດັກນ້ອຍກ່ຽວກັບ ອາຊຽນ ໃນອະນາຄົດ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ເດັກນ້ອຍ; ຂ້າພະເຈົ້າເຊື່ອໝັ້ນວ່າ: ດ້ວຍຄວາມຕັດສິນໃຈຂອງບັນດາປະເທດສະມາຊິກ ອາຊຽນ, ແນ່ນອນວ່າພວກເຮົາຈະປະຕິບັດບັນດາເປົ້າໝາຍຂອງເວທີປາໄສເວົ້າສະເພາະກໍ່ຄືບັນດາຄາດໝາຍກ່ຽວກັບການຮັບປະກັນປະຕິບັດສິດຂອງເດັກນ້ອຍ ອາຊຽນ ເວົ້າລວມ ໃຫ້ເປັນຢ່າງດີ ”.
ສ່ວນພະນັກງານຂັ້ນສູງຄະນະເລຂາ ອາຊຽນ ທ່ານ Miguel Musngi ຢືນຢັນວ່າ: ບັນດາການນຳ ອາຊຽນ ໄດ້ເຫັນດີເປັນເອກະພາບຕໍ່ວິໄສທັດ ເພື່ອໃຫ້ອາຊຽນກາຍເປັນປະຊາຄົມທີ່ຖືມະນຸດເປັນໃຈກາງ, ອາຊຽນ ເຊື່ອມຕົວ, ຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ ແລະ ເອົາໃຈໃສ່ເຖິງຜົນປະໂຫຍດຂອງທຸກຄົນ 10 ປະເທດ ອາຊຽນ ທັງໝົດ ຈົ່ງພ້ອມກັນເປັນເອກະພາບແມ່ນ ບໍ່ໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ.