(ພາບປະກອບ)
(vovworld) - ເວທີປາໄສວິສາຫະກິດຝລັ່ງ - ຫວຽດນາມ, ເຊິ່ງແມ່ນເຫດການທຳອິດຂອງປີມິດຕະພາບຝລັ່ງ - ຫວຽດນາມ ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 08/04 ຢູ່ນະຄອນໂຮ່ຈິມິນ. ເວທີປາໄສໄດ້ດຳເນີນໄປເປັນເວລາ 2 ວັນ (ແຕ່ວັນທີ 08 - 09/04) ດ້ວຍການພົບປະ ປະມານ 1.000 ຄັ້ງ ກັບວິສາຫະກິດ 500 ແຫ່ງຂອງຫວຽດນາມ; ພົບປະ ແລະ ເປັນທີ່ປຶກສາກັບຜູ້ຊ່ຽວຊານດ້ານການຕະຫລາດຫວຽດນາມ 20 ຄົນ ແລະ ມີການສຳມະນາໂຕະມົນ 7 ຄັ້ງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບຕະຫລາດ ແລະ ສຳພັດກັບຕະຫລາດຫວຽດນາມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຊີ້ແຈ້ງວ່າ.
“ເວທີປາໄສວິສາຫະກິດຫວຽດນາມ - ຝລັ່ງ ມີຄວາມໝາຍສຳຄັນຍິ່ງ, ເປັນຂີດໝາຍການເປັນສາກບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ... ທີ່ມີຫລາຍຮູບຫລາຍແບບ ແລະ ອຸດົມສົມບູນເຊິ່ງຈະຈັດຕັ້ງຢູ່ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຝລ່ັງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເວທີປາໄສຈະແມ່ນໂອກາດເພື່ອໃຫ້ວິສາຫະກິດ 2 ຝ່າຍແລກປ່ຽນຂໍ້ມູນ ແລະ ຊອກຫາກາລະໂອກາດຮ່ວມມືໃນໄລຍະຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ວາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຝລັ່ງ ກັບ ຫວຽດນາມ ເວົ້າລວມ ກັບນະຄອນໂຮ່ຈິມິນ ຈະນັບມື້ນັບພັດທະນາ”.