ໄຂເວທີປາໄສຮ່ວມມືພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ-ຊອກຈັງ2014

ໄຂເວທີປາໄສຮ່ວມມືພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ-ຊອກຈັງ2014 - ảnh 1
ທ່ານ ຫວູວ​ັນ​ນິງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ
(ພາບ: Duy Khương – TTXVN)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເວ​ທີ​ປາ​ໄສ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ ຫວຽດ​ນາມ - ຊອກ​ຈັງ 2014 ໃນ​ຕອນ​ຄ່ຳ​ວັນ​ທີ 5/11, ຢູ່​ແຂວງ ຊອກ​ຈັງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ ຢືນ​ຢັນ​ວ່າ: ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳຄືນໃໝ່ - ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ”, ເວ​ທີ​ປາ​ໄສ​ປີນີ້​ແມ່ນ​ການ​ກະ​ທຳ​ແທດ​ຈິງ​ພ້ອມ​ກັບ​ທົ່ວ​ປະ​ເທດ​ປະ​ຕິ​ບັດ​ແຜນນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ກ່ຽວ​ກັບ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ແລະ ຊົນ​ນ​ະ​ບົດຫຼາຍ​ກ່​ວາ​ອີກ.

    ເວ​ທີ​ປາ​ໄສ​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ເຂດ​ພ້ອມ​ກັນ​ຊອກ​ຫາ​ບັນ​ດາ​ມາ​ດ​ຕະ​ການ, ສ້າງ​ກຳ​ລັງ​ໜູນ​ຢ່າງ​​ແຮງ​ກ່​ວາ​ອີກໃຫ້​ແກ່​ການ​ພັດ​ທະ​ນາກໍ່​ຄື​ປັບ​ປຸງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ພ້ອມ​ທັງ​ສຸມ​ໃສ່​ປັບ​ປຸງ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄດ້, ພວມ ແລະ ຈະ​ທຳ​ມາ​ຫາ​ກິນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ເຂດນີ້. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ກ່າວ​ວ່າ:

    “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນ​ດາ​ທ້ອງ​ຖີ່ນ​ໃນ​ເຂດ​ເອົາ​ໃຈ​ໃສ່​ເຖິງ​ຈຸດ​ໝາຍ​ສຳ​ຄັນ​ທີ່​ສຸດ​ເຊິ່ງ​ເວ​ທີ​ປາ​ໄສ​ມຸ່ງ​ໄປ​ເຖິງ​ແມ່ນ​ສົມ​ທົບ​ກັນ​ຢ່າງແໜ້ນ​ແຟ້ນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ເບິ່ງ​ແຍງ​ດູ​ແລຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ສຳ​ລັບ​ຄົນ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກຫຼີກ. ຄຽງ​ຄູ່​ກັນ​ນັ້ນ, ການ​ເຄື່ອນ​ໄຫວ​ຂອງ​ເວ​ທີ​ປາ​ໄສ​​ຄວນຕິດ​ພັນ​ກັບ​ສະ​ພາບ​ການ​ຕົວ​ຈິງ, ແກ້​ໄຂ​ບັນ​ດາ​ຈຸດ​ເຄັ່ງ​ຮ້ອນ, ບັນ​ດາ​ບັນ​ຫາ​ວາງ​ອອກ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ເຂດ, ຮັບ​ຮອງ​ເອົາ​ເລື່ອງ​ຫັນ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ບັນ​ດາ​ທ້ອງ​ຖີ່ນ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ນັກ​ລົງ​ທຶນ, ພິ​ເສດ​ແມ່ນ​ການ​ລົງ​ທຶນ​ເຂົ້າ​ໃນ​​ຂົງ​ເຂດກະ​ສິ​ກຳ, ຊົນ​ນະ​ບົດ, ບັນ​ດາ​ຂົງ​ເຂດ​ມີ​ລັ​ກ​ສະ​ນະ​ແຜ່​ຂະ​ຫຍາຍ​ສູງ​ເພື່ອ​ແນ​ໃສ່​ນຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ທາງ​ພາກ​ໃຕ້ ຫວຽດ​ນາມ ກາຍ​ເປັ​ນ​ເຂດ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ, ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ.”

    ທີ່​ເວ​ທີ​ປ​າ​ໄສ​ຄັ້ງ​ນີ້, ມີ 67 ໂຄງ​ການ​ໄດ້​ຈົດ​ທະ​ບຽນ ແລະ ເຊັນ​ສັນ​ຍາ​ລົງ​ທຶນ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ດ້ວຍ​ຈຳ​ນວນ​ເງິນ 22.000 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ