(ພາບປະກອບ)
(vovworld) - ດ້ວຍຫົວເລື່ອງ “ເສດຖະກິດ ຫວຽດນາມ - ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ”, ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2015 ໄຂຂຶ້ນໃນຕອນເຊົ້າວັນທີ 27/8 ຢູ່ແຂວງ ແທງຮ໋ວາ, ເວທີປາໄສໂດຍກຳມາທິການເສດຖະກິດຂອງສະພາແຫ່ງຊາດ ສົມທົບກັບກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ສະພາມະຫາບັນດິດ ວິທະຍາສາດ - ສັງຄົມ ຫວຽດນາມ ຈັດຕັ້ງ.
ໃນໄລຍະຜ່ານມາ, ຫວຽດນາມ ໄດ້ລົງນາມ ແລະ ປະຕິບັດສັນຍາການຄ້າສຳຄັນ ຫລາຍສະບັບ. ໃນຕໍ່ໜ້າ, ເມື່ອບັນດາສັນຍາການຄ້າເສລີກັບບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງໂລກຄື: ອາເມລິກາ, ອີຢູ…ໄດ້ຮັບການລົງນາມ, ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ເຊື່ອມໂຍງຢ່າງສະດວກກ່ວາ. ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:
“ຜົນກະທົບໃຫຍ່ສຸດຂອງການເຊື່ອມໂຍງເຂົ້າກັບສາກົນໃນຊຸມປີຜ່ານມາ ແມ່ນການເຊື່ອມໂຍງໄດ້ກາຍເປັນກຳລັງໜູນ ເພື່ອຊຸກຍູ້ການປະຕິຮູບລະບອບພາຍໃນປະເທດ. ບໍ່ມີເວລາໃດທີ່ພວກເຮົາມີການປ່ຽນໃໝ່ກ່ຽວກັບລະບອບຢ່າງແຮງຄືໃນຊຸມປີຜ່ານມາ. ສິ່ງດັ່ງກ່າວ ກໍກ່ຽວຂ້ອງເຖິງບັນດາຄຳໜັ້ນສັນຍາສາກົນຂອງ ຫວຽດນາມ. ດັ່ງນັ້ນ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ມີການປັບປຸງໂດຍພື້ນຖານ ເມື່ອມີການກະທົບຈາກການເຊື່ອມໂຍງ” .
ທີ່ເວທີປາໄສ, ນັກຊ່ຽວຊານເສດຖະກິດຫລາຍຄົນຖືວ່າ, ຄຽງຂ້າງບັນດາຜົນປະໂຫຍດອັນໃຫຍ່ຫຼວງຈາກສັນຍາຕ່າງໆ, ຍັງມີເນື້ອໃນຫຼາຍຢ່າງຕ້ອງໄດ້ຮັບການປະຕິບັດໃນຕົວຈິງອີກ.