( vovworld ) – ດ້ວຍຫົວຂໍ້ທີ່ວ່າ: “ອາຊີໃນໂລກທີ່ພວມປ່ຽນແປງ, ມຸ້ງໄປເຖິງການພັດທະນາຢ່າງແຂງແຮງ ແລະ ໝັ້ນຄົງ“, ຕອນເຊົ້າວັນທີ 2/4, ເວທີ ປາໄສອາຊີ-ປົວຢາວປີ 2012 ໄດ້ຖືກໄຂຂຶ້ນຢູ່ເກາະໄຮ່ໜານ ທາງທິດໃຕ້ປະເທດ ຈີນ. ບັນດາວາລະປຶກສາຫາລືຂອງເວທີປາໄສໄດ້ດຳເນີນໄປໃນເວລາ 3 ວັນ, ຄືແຕ່ວັນທີ 1-3/4 ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 2000 ທ່ານ ຊື່ງແມ່ນບັນດາການນຳລັດຖະບານ, ວິສາຫະກິດ, ວົງການນັກຮຽນຮູ້ໃນທົ່ວໂລກ. ໃນໄລຍະດຳເນີນເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລື 20 ຫົວຂໍ້ ຊື່ງພົ້ນເດັ່ນແມ່ນບັນດາເນື້ອໃນກ່ຽວກັບວິກິດການໜີ້ສິນຂອງລັດ, ວຽກເຮັດງານທຳ ແລະ ການຈະເລີນເຕີບໂຕ, ການປະຕິຮູບລະບົບເງິນຕາຕ່າງປະເທດ… ແລະ ການສ້າງບາດກ້າວບຸກທະລຸແຫ່ງຍຸດທະສາດໃຫ້ແກ່ຂົງເຂດການຜະລິດຢູ່ອາຊີ. ນອກຈາກນັ້ນແລ້ວ, ຢູ່ນອກເວທີປາໄສ ກໍຈະຈັດບັນດາກອງປະຊຸມໂຕະມົນ ເພື່ອແນໃສ່ເຮັດໃຫ້ບັນດານັກທຸລະກິດ, ຜູ້ບໍລິຫານບັນດາບໍລິສັດ, ກຸ່ມບໍລິສັດໃຫ່ຍສາມາດພົບປະແລກປ່ຽນ ແລະ ປຶກສາຫາລືນຳກັນ. ເວທີ ປາໄສອາຊີ-ປົວຢາວ ຄັ້ງທີ 1 ໄດ້ຈັດຂຶ້ນເມື່ອປີ 2001 ແລະກາຍເປັນເຫດການປະຈຳປີຂະໜາດໃຫ່ຍອັນດັບ 2 ຖັດຈາກເວທີປາໄສເສດຖະກິດໂລກ (Davos) ຢູ່ປະເທດສະວິດ ຊື່ງປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດພາກພື້ນ ແລະ ໂລກ.