ສະໜາມກິລາ Stade de France
(ພາບ: vietnamnet.vn)
(vovworld) – ຕອນເຊົ້າວັນທີ 11/6 (ຕາມເວລາຮ່າໂນ້ຍ), ພິທີເປີດງານແຂ່ງຂັນຊິງຊະນະເລີດບ້ານເຕະ ເອີລົບ EURO 2016 ໄດ້ຈັດຂຶ້ນໃນສະໜາມກິລາ Stade de France ຢູ່ນະຄອນ Saint – Denis, ທາງພາກເໜືອນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ. ພິທີໄດ້ຈັດຕັ້ງໃນປະມານ 15 ນາທີ ດ້ວຍບັນດາລາຍການຟົດຟື້ນມ່ວນຊື່ນ, ເຕັ້ມໄປດ້ວຍສີສັນຂອງນັກອາສາສະໝັກນັບຮ້ອຍຄົນທີ່ມາຈາກກ່ວາ 60 ປະເທດ. ທ່ານປະທານາທິບໍດີ Francois Hollande ພ້ອມກັບເຈົ້າໜ້າທີ່ປະເທດເຈົ້າພາບຫຼາຍທ່ານໄດ້ເຂົ້າຮ່ວມພິທີ. ເປີດສາກພິທີແມ່ນວາດຟ້ອນສ້າງຄວາມປະທັບໃຈ “ສວນຂອງປະເທດຝຣັ່ງ” ດ້ວຍການເຂົ້າຮ່ວມຂອງນັກສິລະປິນ 150 ຄົນທີ່ມາຈາກຫຼາຍທະວີບ. ຫຼັງຈາກນັ້ນແມ່ນບົດເພງທາງການຂອງ EURO 2016 – “This one’s for you” ໂດຍ David Guetta ແລະ ນັກຮ້ອງສວຍງາມຊາວ ຊູແອດ Zara Larsson ສະແດງຢ່າງຟົດຟື້ນມ່ວນຊື່ນ… ນີ້ເປັນຄັ້ງທີ 3 ໃນປະຫວັດສາດ, ປະເທດ ຝຣັ່ງ ໄດ້ເປັນເຈົ້າພາບຈັດຕັ້ງງານແຂ່ງຂັນ ຊິງຊະນະເລີດບ້ານເຕະ ເອີລົບ. ເພື່ອຮັບປະກັນຄວາມສະຫງົບໃຫ້ງານແຂ່ງຂັນ, ປະເທດເຈົ້າພາບໄດ້ຜັນຂະຫຍາຍຕຳຫຼວດ, ພາລະກອນປ້ອງກັນຄວາມສະຫງົບ… ເກືອບ 90.000 ຄົນ, ກໍ່ຄືໃຊ້ຈ່າຍຈຳນວນເງິນນັບລ້ານ ເອີໂຣ ຕິດຕັ້ງເຄື່ອງ Camera ຕິດຕາມ ແລະ ຈັດຕັ້ງການຝຶກຊ້ອມຫຼາຍຄັ້ງ.