(ພາບ:ຂ່າວສານຫວຽດນາມ)
(vovworld)- ວັນທີ 25/4, ທີ່ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າອະດີດສະຫະພາບໂຊວຽດ ເຄີຍເຂົ້າຮ່ວມການສູ້ຮົບຢູ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 38 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/402013), ທ່ານພົນເອກຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ: ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະຢ່າງສົມບູນໃນການຕໍ່ຕ້ານຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນຍ້ອນໄດ້ຮັບການຊ່ວຍເຫຼືອອັນໃຫ່ຍຫຼວງ, ສຸດຈິດສຸດໃຈ, ມີປະສິດທິຜົນຈາກພັກ, ລັດ, ປະຊາຊົນ ແລະ ກຳລັງປະກອບອາວຸດໂຊວຽດ ໃນເມື່ອກ່ອນ, ໃນນັ້ນມີສະຫະພັນລັດເຊຍ, ຢູແກຼນ, ເບລາຣຸດ. ຕາມທ່ານລັດຖະມົນຕີຟຸ່ງກວາງແທງ ແລ້ວ, ໂດຍໄດ້ເສີມຂະຫຍາຍມູນເຊື້ອໃນການຕໍ່ຕ້ານໃນເມື່ອກ່ອນ, ໃນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ, ຫວຽດນາມ ສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບສະຫະພັນລັດເຊຍ, ຄູ່ຮ່ວມມືຮອບດ້ານກັບ ຢູແກຼນ ແລະ ເບລາຣຸດ. ທ່ານລັດຖະມົນຕີຟຸ່ງກວາງແທງ ກ່າວວ່າ:
“ໃນການຮ່ວມມືດ້ານປ້ອງກັນຊາດ, ຫວຽດນາມ ວາງຈຸດສຸມຮ່ວມມືດ້ານເຕັກນິກການທະຫານກັບບັນດາປະເທດເພື່ອນມິດ, ໃນນັ້ນມີລັດເຊຍ, ຢູແກຼນ, ເບລາຣຸດ ຊື່ງແມ່ນບັດາປະເທດທີ່ຫວຽດນາມ ສືບຕໍ່ຂໍຄວາມຊ່ວຍເຫຼືອບຳລຸງສ້າງນາຍທະຫານ, ພະນັກງານ, ນັກວິຊາການດ້ານເຕັກນິກ. ໃນແຜນນະໂຍບາຍກໍ່ສ້າງກອງທັບປະຊາຊົນຫວຽດນາມ ຊຳນານຮົບ, ທັນສະໄໝເທື່ອລະກ້າວນັ້ນ, ຫວຽດນາມ ສຸມໃສ່ລົງທຶນເພື່ອສ້າງກຳລັງທະຫານເຮືອ, ກອງທັບອາກາດ, ຕິດຕໍ່ສື່ສານ ແລະ ເຫຼົ່າຮົບຈຳນວນໜຶ່ງທັນສະໄໝ“