ໄດ້ມີເຮືອນຢູ່ສັງຄົມ 40.000 ຫຼັງໃຫ້ຜູ້ມີ ລາຍຮັບຕໍ່າ
(ທ່ານລັດຖະມົນຕີວ່າການກະຊວງກໍ່ສ້າງ ຈິ້ງດິ່ງຢຸງ)
(vovworld) - ໃນລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ” ໃນສັບປະດານີ້, ທ່ານລັດຖະມົນຕີວ່າການກະຊວງກໍ່ສ້າງ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ ໄດ້ກໍ່ສ້າງເຮືອນຢູ່ສັງຄົມ 40.000 ຫຼັງ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນຜູ້ມີລາຍຮັບຕໍ່າກວ່າ 200.000 ຄົນ. ເຖິງຢ່າງໃດກໍຕາມ, ເລື່ອງຜັນຂະຫຍາຍບັນດາໂຄງການເຮືອນຢູ່ສັງຄົມຍັງຊັກຊ້າຢູ່. ສາຍເຫດຕົ້ນຕໍ່ແມ່ນນະໂຍບາຍໃໝ່ຫາໄດ້ຮັບການປັບປຸງ ແລະ ນີ້ແນ່ນຍຸດທະສາດພັດທະນາໄລຍະຍາວ. ກ່ຽວກັບບັນດາມາດຕະການເພື່ອຍູ້ໄວຄວາມຄືບໜ້າກໍ່ສ້າງເຮືອນຢູ່ສັງຄົມ, ທ່ານລັດຖະມົນຕີ ຈຶ້ງດິ່ງຢຸງ ໃຫ້ຮູ້ວ່າ.
“ພວກເຮົາຕ້ອງຍູ້ແຮງການປັບປຸງລະບົບກົດໝາຍທີ່ກ່ຽວຂອງເຖິງການພັດທະນາເຮືອນຢູ່, ໃນນັ້ນສ້າງສະພາບແວດລ້ອມເພື່ອໜູນຊ່ວຍການພັດທະນາເຮືອນຢູ່. ທີ 2 ແມ່ນການເຂົ້າຮ່ວມຂອງບັນດາອົງການສູນກາງ, ພິເສດແມ່ນບົດບາດຂອງບັນດາທ້ອງຖິ່ນໃນການສ້າງລາຍການເຮັດວຽກ, ແຜນການພັດທະນາເຮືອນຢູ່ສັງຄົມ, ຖືນີ້ແມ່ນໜ້າທີ່ການເມືອງຂອງແຜນການ 5 ປີ ແລະ ແຕ່ລະປີ. ບັນດາທ້ອງຖິ່ນຕ້ອງກະກຽມທີ່ດິນ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດນຳໃຊ້ຄົນງານ, ກໍ່ຄືວິສາຫະກິດດຳເນີນທຸລະກິດອະສັງຫາລິມະຊັບໄດ້ລົງທຶນກໍ່ສ້າງເຮືອນຢູ່ສັງຄົມຢ່າງສະດວກສະບາຍທີ່ສຸດ”.