ໄທຊອກຫາພົນລະເມືອງຊີຣີ4ຄົນທີ່ພວມຢູ່ໄທເກີນກຳນົດເວລາ

ໄທຊອກຫາພົນລະເມືອງຊີຣີ4ຄົນທີ່ພວມຢູ່ໄທເກີນກຳນົດເວລາ - ảnh 1
(ພາບ​ປະ​ກອບ: AP)

(vovworld) - ໄທ​ ພວມຊອກ​ຫາ​ພົນ​ລະ​ເມືອງ​ຊີ​ຣີ 4 ຄົນ​​ທີ່​ພວມ​ຢູ່​ໄທເກີນກຳ​ນົດ​​​​ເວ​ລາ ໃນ​ສະ​ພາບ​ທີ່​ປະ​ເທດນີ້​ພວມຖືກ​ຈັດ​ວາງ​​ໃນ​ສະ​ພາ​ວະເຕືອນ​ໄພ​ສູງ ພາຍ​ຫຼັງ​ລັດ​ເຊຍ ກ່າວ​ເຕືອ​ນ​ກ່ຽວ​ກັບ​ໄພ​​ຈະເກີດ​ການ​ບ​ຸດ​ໂຈມ​ຕີ​ຕ່າງໆ ໂດຍ​ສະ​ມາ​ຊິກ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ​ດຳ​ເນີນ. ວົງ​ການ​ເຈົ້າ​ໜ້າ​ທີ່ໄທ ບໍ່​ຢັ້ງ​ຢືນກ່ຽວ​ກັ​ບ​ເລື່ອງ​ພົນ​ລະ​ເມືອງ​ຊີ​ຣີ 4 ຄົນ​ດັ່ງ​ກ່າວ​ຈະ​ແມ່ນ​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ​ຫຼືບໍ່, ຫາກ​ພຽງ​ແຕ່​ໃຫ້​ຮູ້​ວ່າ ບໍ່​ສາ​ມາດ​ຕິດ​ຕໍ່​ກັບ​ເຂົາ​ເຈົ້າ​ໄດ້, ພ້ອມ​ທັງ​ປະ​ກາດ​ພາບ​ຖ່າຍ ແລະ ຊື່ຂອງ​ເຂົາ​ເຈົ້າ.

      ໃນ​ອາ​ທິດ​ກ່ອນ, ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ສະ​ຫະ​ພັນ​ລັດ​ເຊຍ (FBS) ​ໄດ້ກ່າວ​ເຕືອນ​ໄທ ກ່ຽວ​ກັບ​ເລື່ອງ​ມີ​ເປົ້າ​ໝາຍ​ກ່​ຽວ​ຂ້ອງ​ເຖິງ IS 10 ຄົນ​ໄດ້​ເຂົ້າ​ເມືອງ​ໄທ ເພື່ອ​ບຸກ​ໂຈມ​ຕີ​ພົນ​ລະ​ເມືອງ ແລະ ຜົນ​ປະ​ໂຫຍດ​ຂອງ​ລັດ​ເຊຍ ກ​ໍ​ຄື​ຫຼາຍ​ປະ​ເທດເຂົ້າ​ຮ່ວມ​ພັນ​ທະ​ມິດ​ຕ້ານ IS.

ຂ່າວ/ບົດ​ອື່ນ