ໄທຍົກເລີກຄຳສັ່ງປິດລ້ອມບັນຊີທະນາຄານຂອງ ຜູ້ແຫ່ຂະບວນປະທ້ວງ

ໄທຍົກເລີກຄຳສັ່ງປິດລ້ອມບັນຊີທະນາຄານຂອງ ຜູ້ແຫ່ຂະບວນປະທ້ວງ - ảnh 1
(ພາບປະກອບ: Reuters)

(vovworld) - ວັນ​ທີ 25/02, ກົມ​ສືບສວນ​ພິ​ເສດ​ໄທ (DSI) ​ໄດ້​ຍົກ​ເລີກ​ຄຳ​ສັ່ງປິດ​ລ້ອມ​ບັນຊີ​ທະນາຄານ​ຂອງ​ສະມາຊິກ 38 ຄົນ​ໃນ​ຂະ​ບວນການຕ້ານລັດຖະບານຄະນະ​ກຳມະການ​ປະຕິ​ຮູບ​ປະຊາທິປະ​ໄຕ​ປະຊາຊົນ (PDRC) ​ແລະ 3 ບັນຊີ​ອື່ນໆ​ທີ່​ກ່ຽວຂ້ອງ. ​ແຕ່​ວ່າ, ຜູ້ອຳນວຍການ DSI ທ່ານ ທາຣີດ ​ເພງ​ດີດ ​ໃຫ້​ຮູ້​ວ່າ, ສູນຮັກສາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ (CMPO) ຂອງ​ລັດຖະບານ​ຊົ່ວຄາວ ຈະ​ສືບ​ຕໍ່​ຕິດຕາມ​ ​ບັນຊີ​ເຫຼົ່າ​ນັ້ນ ຍ້ອນ 38 ຄົນ​ດັ່ງກ່າວ​ແມ່ນ​ບັນດາ​ເປົ້າ​ໝາຍພວມ​ຖືກຊອກຈັບ. ຕາມ​ທ່ານ ທາຣີດ ​ເພງ​ດີດ ​ແລ້ວ, ​ເລື່ອງ​ຍົກ​ເລີກ​ຄຳ​ສັ່ງປິດ​ລ້ອມ​ບັນຊີ​ດັ່ງກ່າວ​ຖືກຍົກ​ອອກ​ມາ​ພາຍຫຼັງ​ສານ​ພົນລະ​ເຮືອນ​ໄທ ອອກ​ຄຳ​ຕັດສິນ​ຫ້າມ CMPO ມີ​ການກະທຳ​​ໃຊ້​ຄວາມ​ຮຸນ​ແຮງ​ຕ້ານ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ທ່ານ​ກໍ່​ໃຫ້​ຮູ້​ເຕີ່​ມອີກ​ວ່າ CMPO ຈະ​ຂໍ​ອຸທອນ​ຕໍ່​ຄຳ​ຕັດສິນ​ຂອງ​ສານ ​ເພື່ອ​ຕ່ືມ​ສິດ​ອຳນາດຮັບ​ມື​ກັບ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ.

        ຕາມ​ອົງການ​ສາທາລະນະ​ສຸກ​ຮີບ​ດ່ວນ​​ແລ້ວ, ນັບ​ແຕ່​​ເມື່ອ​ເກີດ​ຂະ​ບວນການ​ແຫ່ງ​ຂະ​ບວນປະ​ທ້ວງ​ເມື່ອ​​ເດືອນ 11/2013 ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ 16 ຄົນ​ເສຍ​ຊີວິດ ​ແລະ 695 ຄົນ​ຖືກ​ບາດ​ຈັບ​ໃນ​ການ​ປະ​ທະ​ກັນ​ທີ່​ໃຊ້​ຄວາມ​ຮຸນ​ແຮງ.

ຂ່າວ/ບົດ​ອື່ນ