(ພາບ:vnexpress.net)
( vovworld ) – ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 6/9, ຝົນຕົກໜັກທັງວັນ, ພາຍຫຼັງ 1 ວັນທີ່ລັດຖະບານໄທ ນຳໃຊ້ທົດລອງລະບົບລະບາຍນ້ຳຢູ່ທິດຕາເວັນຕົກນະຄອນສຳເລັດຜົນ. ທ່ານໂຣຍົນ ຈິດວອນ ຜູ້ອຳນວຍການສູນບັນຊາລະບົບລະບາຍນ້ຳໃຫ້ຮູ້ວ່າ: ການທົດລອງເພີ່ມປະລິມານນ້ຳແຕ່ບໍ່ກໍ່ໃຫ້ເກີດນ້ຳຖ້ວມຢູ່ເຂດພື້ນທີ່ຕ່ຳຢູ່ລຽບຕາມລະບົບລະບາຍນ້ຳນີ້ແມ່ນພື້ນຖານເພື່ອຢັ້ງຢືນການໝູນໃຊ້ລະບົບຄຸ້ມຄອງນ້ຳຖ້ວມເປັນຢ່າງດີ. ຕາມທ່ານນາງນາຍົກລັດຖະມົນຕີໄທຍິ່ງຮັກຊີນນະວັດ ແລ້ວ, ລັດຖະບານໄທ ມີຄວາມເຊື່ອໝັ້ນວ່າ, ບັນດາເຂດໃນນະຄອນຫຼວງບາງກອກຈະບໍ່ຖືກນຳຖ້ວມໃນປີນີ້ ພາຍຫຼັງການທົດລອງລະບົບລະບາຍນ້ຳສຳເລັດ.