ໄທປະກາດສະມາຊິກອົງການນິຕິບັນຍັດຊົ່ວຄາວ
ທ່ານພົນໂທ ປຣາຢຸດ ຈັນໂອຈາ ຮັບລັດຖະດຳລັດຈາກພະບາດສົມເດັດພະເຈົ້າມະຫາຊີວິດ
(ພາບ: AFP/TTXVN)
(vovworld) - ທ່ານພົນໂທ ປຣາຢຸດ ຈັນໂອຈາ, ຫົວໜ້າສະພາປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດຂອງ ໄທ, ຫາກໍ່ຮັບຮູ້ລັດຖະດຳລັດໂດຍພະບາດສົມເດັດພະເຈົ້າມະຫາຊີວິດ ໃຫ້ສັດຕະຍາບັນກ່ຽວກັບເລື່ອງແຕ່ງຕັ້ງສະມາຊິກຂອງສະພານິຕິບັນຍັດແຫ່ງຊາດ 200 ຄົນ. ນີ້ແມ່ນກົນໄກທີ່ມີບົດບາດ, ພາລະໜ້າທີ່ຄືສະພາແຫ່ງຊາດຊົ່ວຄາວໃນສະພາບການການເມືອງຢູ່ ໄທ ໃນປະຈຸບັນ. ໃນຈຳນວນສະມາຊິກ 200 ຄົນ, ບັນດານາຍພົນກອງທັບພວມດຳລົງຕຳແໜ່ງ ແລະ ນາຍພົນບາງຄົນພວມກິນເບ້ຍບຳນານກວມກ່ວາ 50%, ສ່ວນຍັງເຫຼືອແມ່ນຜູ້ຕາງໜ້າຂອງຕຳຫຼວດ, ນັກຮຽນຮູ້, ອະທິການບໍດີບັນດາມະຫາວິທະຍາໄລໃຫຍ່, ພາລະກອນຂັ້ນສູງ, ຜູ້ຕາງໜ້າບັນດາອົງການເອກະລາດ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ອົງການດຳເນີນທຸລະກິດ.
ຄາດວ່າ, ພິທີສະເໜີຕົວສະພານິຕິບັນຍັດແຫ່ງຊາດຈະໄດ້ຮັບການຈັດຕັ້ງໃນວັນທີ 6/8 ແລະ ວາລະປະຊຸມທຳອິດຂອງສະພາຈະໄຂຂຶ້ນໃນວັນທີ 7/8 ຈະມາເຖິງ. ຕາມລັດຖະທຳມະນູນຊົ່ວຄາວ ໄທ ທີ່ໄດ້ໃຫ້ສັດຕະຍາບັນຢ່າງທາງການໃນວັນທີ 22/7 ຜ່ານມາ, ສະພານິຕິບັນຍັດແຫ່ງຊາດຈະຮັບບົດບາດຂອງທັງວຸດທິສະພາ ແລະ ສະພາຜູ້ແທນລາດຊະດອນ, ດ້ວຍໜ້າທີ່ປະກາດໃຊ້ການປະຕິຮູບຢ່າງເລິກເຊິ່ງ ແລະ ກ້ວາງຂວາງເພື່ອແນໃສ່ຢຸດຕິສະພາບຂາດສະຖຽນລະພາບທີ່ເຄີຍແກ່ຍາວເປັນເວລາຫຼາຍປີ, ກ່ອນທີ່ດຳເນີນການເລືອກຕັ້ງຄັ້ງໃຫຍ່ໃນທ້າຍປີ 2015.