ໄທ:ຫົວໜ້າຝ່າຍຄ້ານສະເໜີໂຈະການເລືອກຕັ້ງ
ປະທານພັກປະຊາທິປັດ ຝ່າຍຄ້ານ, ທັງແມ່ນອະດີດນາຍົກລັດຖະມົນຕີ ໄທ ທ່ານ ອະພິສິດ ເວດຊາຊີວະ
(ພາບ: AFP/TTXVN)
(vovworld) – ວັນທີ 3/5, ປະທານພັກປະຊາທິປັດ ຝ່າຍຄ້ານ, ທັງແມ່ນອະດີດນາຍົກລັດຖະມົນຕີ ໄທ ທ່ານ ອະພິສິດ ເວດຊາຊີວະ ສະເໜີໃຫ້ລັດຖະບານໂຈະການເລືອກຕັ້ງໃນທົ່ວປະເທດ ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 20/7 ຈະມາເຖິງ ແລະ ໃຫ້ລັດຖະບານຂ້າມຜ່ານ ປະຕິບັດການປະຕິຮູບຄືດັ່ງພາກສ່ວນໜຶ່ງໃນແຜນການແກ້ໄຂວິກິດການການເມືອງໃນປະຈຸບັນຢູ່ໄທ.
ໃນຂໍ້ສະເໜີຂອງຕົນ, ທ່ານ ອະພິສິດ ຖືວ່າ: ທ່ານນາງນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງລັກ ຊິນນະວັດ ແລະ ຄະນະລັດຖະບານຂອງທ່ານນາງຕ້ອງລາອອກຈາກຕຳແໜ່ງ ເພື່ອເປີດຊ່ອງທາງໃຫ້ແກ່ອຳນາດການປົກຄອງໜຶ່ງ ໂດຍຜູ້ບໍ່ແມ່ນນັກການເມືອງບໍລິຫານປະເທດຊາດ ແລະ ໄດ້ຮັບຄວາມເຫັນດີປະຕິບັດການຕິດຕາມກວດກາວິວັດທະນາການ ຮຽບຮຽງແຜນການປະຕິຮູບຈາກຝ່າຍຕ່າງໆ ກ່ອນທີ່ຈະຈັດຕັ້ງການເລືອກຕັ້ງຄັ້ງໃໝ່ ຫຼັງຈາກນັ້ນປະມານ 5 – 6 ເດືອນ. ລັດຖະບານທີ່ໄດ້ຮັບການເລືອກຕັ້ງຈະກຳອຳນາດໃນເວລາພຽງ 1 ປີເພື່ອປະຕິບັດບັນດາລາຍການປະຕິຮູບ. ຕາມທ່ານ ອະພິສິດ ແລ້ວ, ແຜນການດັ່ງກ່າວຈະຊ່ວຍສະກັດກັ້ນສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດຢູ່ປະເທດນີ້.