ໄທ ຈັດການເລືອກຕັ້ງ ໃນຄວາມວິຕົກກັງວົນ

ໄທ ຈັດການເລືອກຕັ້ງ ໃນຄວາມວິຕົກກັງວົນ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄທ ​ເລີ່​ມ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ
(ພາບ: AP)

(vovworld) - ຕອນ​ເຊົ້າ​ວັນ​ທີ 02/02, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄທ ​ເລີ່​ມ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງໃນ​ສະພາບປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເມື່ອ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ກໍ່​ຄວາມ​ກົດ​ດັ່ນ ເຮ​ັດ​ໃຫ້ 10% ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ຕ້ອງ​ອັດ​ປະຕູ. ທ່ານນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ສິນ​ນະ​ວັດ ​ໄດ້​​ໄປປ່ອນ​ບັດ​ເລືອກ​ຕັ້ງ​ພາຍຫຼັງ​ສະຖານ​ທີ່​ປ່ອນ​ບັດ​​​ເລືອກ​ຕັ້ງ​​ຢູ່ໃກ້​ກັບ​ເຮືອນ​ສ່ວນ​ຕົວ​ຂອງ​ທ່ານ​ນາງ​ໃນນະ​ຄອນ​ຫຼວງ​ບາງ​ກອກ. ​ແຕ່​ທ່ານ​ປະທານ​ພັກ​ປະຊາທິປັດ ອະພິຊິດ ​ເວດ​ຊາ​ຊິວະ ຢືນຢັນ​ວ່າ ຈະ​ບໍ່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກຕັ້ງ​ເຊິ່ງ​ທ່ານ​ຖື​ວ່າ​ແມ່ນລະ​ເມີດ​ລັດຖະທຳ​ມະນູນ.  ​ເຖິງ​ຢ່າງ​ໃດ​ກໍ່ຕາມ ລັດຖະບານ​ຂອງ​ທ່ານ​ນາງ ຍິງຣັກ ຖະ​ແຫຼ​ງວ່າ ການເລືອກ​ຕັ້ງ​ດຳ​ເນີນ​ໄປ​ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ໃນ​ປະຈຸ​ບັນ. ຍິ່ງ​ກວາ​ນັ້ນ, ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງບໍ່​ແມ່ນ​ລັດຖະບານ​​ໃນປະຈຸ​ບັນ​​ເປັນ​ຜູ້ຮຽບຮຽງ. ​ໂຄສົກ​ພັກ​ປະຊາທິປັດ​ທ່ານ ອະພິຊິດ ​ໃຫ້​ຮູ້​ວ່າ ​ເລື່ອງ​ບໍ່​ໄປ​ປ່ອນ​ບັດ​ເລືອກຕັ້ງ​ແມ່ນ​ຄຳ​ຕັດສິນ​ສະພາບ​ຂອງ​ທ່ານເອງ. ​ແຕ່ພັກ​ດັ່ງກ່າວ​ຍັງ​ອະນຸຍາດ​ໃຫ້​ສະມາຊິກ​​ໃນ​ພັກ​ນີ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ.

        ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ ​ແລ້ວ, ມີ​ສະຖານ​ທີ່​ປ​່ອນບັດ 93.300 ​ແຫ່ງ ໄດ້ຮັບ​ການ​ສ້າງ​ຕັ້ງຂຶ້ນ​ຢູ່ 375 ​ເຂດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຕ້ອນຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ 49 ລ້ານ​ຄົນມາ​ປ່ອນ​ບັດ​. ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ຄວບ​ຄຸມຢູ່​ບັນດາ​ສະຖານ​ທີ່​ປ່ອນ​ບັດໃນ​​ຂະນະ​ທີ່​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ.

ຂ່າວ/ບົດ​ອື່ນ