(vovworld) – ພາຍຫຼັງການລົງນາມໃນຂໍ້ຕົກລົງສັນຕິພາບພຽງ 1 ເດືອນ, ຢູແກຼນ ຕາເວັນອອກ ພວມຢືນຕໍ່ໜ້າໄພເກີດການປະທະກັນຄັ້ງໃຫຍ່ເມື່ອທີ່ປຶກສາປະທານາທີບໍດີຢູແກຼນ ທ່ານ Yuri Biryokov ປະກາດໃນເວັບໄຊສັງຄົມ Facebook ວ່າ, ວັນທີ 18/01, ທະຫານກອງທັບຢູແກຼນ ໄດ້ຮັບຄຳສັ່ງຍິງປືນຄັ້ງໃຫຍ່ໃສ່ບັນດາທີ່ໝັ້ນຂອງກຳລັງທວງເອົາເອກະລາດຢູ່ເຂດເກີດບັ້ນຮົບການທະຫານຢູ່ທິດຕາເວັນອອກສ່ຽງໃຕ້ ຂອງປະເທດນີ້. ທ່ານ Yuri Biryokov ກໍ່ຖະແຫຼງວ່າ ກອງທັບຍັງຄວບຄຸມບັນດາທີ່ຕັ້ງຢູ່ສະໜາມບິນ Donnetsk, ກົງກັນຂ້າມກັບຖະແຫຼງກ່ອນນັ້ນຂອງ ສ.Donnetsk ອ້າງຊື່ເອງ (DPR) ວ່າ ກອງທັບຢູແກຼນ ໄດ້ຖອນອອກຈາກສະໜາມບິນດັ່ງກ່າວ. ຜູ້ຕາງໜ້າ DPR ຢືນຢັນວ່າ, ກອງທັບຢູແກຼນ ໄດ້ນຳໃຊ້ອາວຸດທຸກປະເພດເພື່ອຍິງເຂົ້ານະຄອນ Donnetsk.