( vovworld ) - ແຕ່ວັນທີ 24 – 31/7, ອົງການຊາວໜຸ່ມນະຄອນ, ສະຫະພັນຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ໄດ້ຈັດລາຍການເຄື່ອນໄຫວອາສາສະໝັກດ້ວຍຫົວຂໍ້ “ ໄວໜຸ່ມນະຄອນຫຼວງຮ່ວມແຮງຮ່ວມໃຈເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ ” ຢູ່ເມືອງ ໄຊເສດຖາ - ນະຄອນຫຼວງຫວຽງຈັນ. ແຜນການເຄື່ອນໄຫວຂອງຄະນະ ໄດ້ຈັດຕັ້ງຂຶ້ນເປັນຫຼາຍຮູບຫຼາຍແບບ ດ້ວຍບັນດາເນື້ອໃນຄື; ໃຫ້ຄຳປຶກສາດ້ານສຸຂະພາບ, ກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນ 1.000 ຄົນ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ; ສ້າງແວບໄຊ ໃຫ້ອົງການຊາວໜຸ່ມນະຄອນຫຼວງວຽງຈັນ; ພົບປະແລກປ່ຽນວັດທະນາທຳ, ສິລະປະ, ກິລາ ສະເຫຼີມສະຫຼອງປີແຫ່ງຄວາມມິດຕະພາບຫວຽດນາມ - ລາວ ກັບຊາວໜຸ່ມຂອງທ້ອງຖິ່ນ... ອົງການຊາວໜຸ່ມນະຄອນຮ່າໂນ້ຍຈະພົບປະກັບອົງການຊາວໜຸ່ມນະຄອນວຽງຈັນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.