ໄວໜຸ່ມ ແລະ ປະຊາຊົນນັບພັນຄົນເຂົ້າຮ່ວມລາຍການ “ຍ່າງເພື່ອສຸຂະພາບ”

(VOVWORLD) -ວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມແພດໝໍໜຸ່ມຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ແຫ່ງວັນສ້າງຕັ້ງສະມາຄົມ ແລະ ປຸກລະດົມການແຂ່ງຂັນ “ຍ່າງເພື່ອສຸຂະພາບ”.
ໄວໜຸ່ມ ແລະ ປະຊາຊົນນັບພັນຄົນເຂົ້າຮ່ວມລາຍການ “ຍ່າງເພື່ອສຸຂະພາບ” - ảnh 1   ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເຂົ້າຮ່ວມພິທີ ປຸກລະດົມການແຂ່ງຂັນ “ຍ່າງເພື່ອສຸຂະພາບ”  (ພາບ: suckhoedoisong.vn)

   ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ; ທ່ານ ເລກວ໊ກຟອງ ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມ, ປະທານສູນກາງສະຫະພັນ ຊາວໜຸ່ມຫວຽດນາມ ພ້ອມດ້ວຍໄວໜຸ່ມ ແລະ ປະຊາຊົນນັບພັນຄົນ ໄດ້ເຂ້ົາຮ່ວມລາຍການ ແລະ ຕອບສະໜອງການແຂ່ງຂັນດັ່ງກ່າວ.

        ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນທີ່ຕັ້ງໜ້າຂອງແພດໝໍໜຸ່ມຫວຽດນາມຂັ້ນຕ່າງໆ ໃນພາລະກິດແຫ່ງການປົກປ້ອງ, ດູແລ ແລະ ສຸຂະພາບໃຫ້ແກ່ປະຊາຊົນໃນໄລຍະ 10 ປີຜ່ານມາ. ພ້ອມທັງສະເໜີສະມາຄົມສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນວຽກງານໂຄສະນາ ແລະ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສຸຂະພາບ, ຂົນຂວາຍປະຊາຊົນຕັ້ງໜ້າເຄື່ອນໄຫວເພື່ອຍົກສູງກໍາລັງກາຍ; ຕັ້ງໜ້າເປັນເສນາທິການໃຫ້ແກ່ພັກ, ລັດຖະບານ ແລະ ກະຊວງສາທາລະນະສຸກ ບັນດານະໂຍບາຍປ້ອງກັນສຸຂະພາບຂອງປະຊາຊົນ; ສົມທົບກັບບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງຄະນະຊາວໜຸ່ມ, ສະມາຄົມຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂະບວນການອາສາສະໝັກເພື່ອສຸຂະພາບຂອງວົງຄະນະຍາດ.

        ທີ່ລາຍການ, ສະມາຄົມແພດໝໍໜຸ່ມຫວຽດນາມ ໄດ້ສົມທົບກັບກະຊວງສາທາລະນະສຸກ, ຫ້ອງການອົງການອານາໄມໂລກ ປະຈໍາ ຫວຽດນາມ ປຸກລະດົມການແຂ່ງຂັນ ຍ່າງເພື່ອສຸຂະພາບ ໂດຍອົງການອານາໄມໂລກປຸກລະດົມໃນທົ່ວໂລກ ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 01  ກໍລະກົດ - 07 ຕຸລາ. 

ຕອບກັບ

ຂ່າວ/ບົດ​ອື່ນ