ໜັງສືພິມຈີນໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງປະທານສະພາແຫ່ງຊາດຫວຽດນາມ
(ໜັງສືພິມຈີນໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ
ຂອງປະທານສະພາແຫ່ງຊາດຫວຽດນາມ)
(vovworld) - ການຢ້ຽມຢາມຈີນ ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢ່າງເປັນທາງການ ໃນລະຫວ່າງວັນທີ 23 – 27/12/2015 ໄດ້ດຶງດູດຄວາມສົນໃຈເປັນພິເສດຂອງສື່ມວນຊົນຈີນ. ບັນດາສຳນັກຂ່າວສານໃຫຍ່ຂອງຈີນ ຄື: ສິງຫົວ, ໜັງສືພິມ ລາຍວັນປະຊາຊົນ, ຊ່ອງໂທລະພາບສູນກາງ (CCTV)… ໄດ້ໃຫ້ຂ່າວກ່ຽວກັບການພົບປະເຈລະຈາລະຫວ່າງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ສຳນັກຂ່າວສານສິງຫົວ ໄດ້ຄັດຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ແລະ ສະພາແຫ່ງຊາດຫວຽດນາມ ໃນໄລຍະຜ່ານມາ. ໂທລະພາບສູນກາງຈີນ ໄດ້ຄັດຄຳເວົ້າຂອງທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາງຕີຈຽງ ໃນການເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖືວ່າ, ຈີນ ແລະ ຫວຽດນາມ ເພີ່ມທະວີຄວາມສາມັກຄີມິດຕະພາບ, ຊຸກຍູ້ການຮ່ວມມືີທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເໝາະສົມກັບຜົນປະໂຫຍດລວມຂອງທັງ 2 ຝ່າຍ. ໜັງສືພິມລາຍວັນປະຊາຊົນຈີນ ໄດ້ຄັດຄຳເວົ້າຂອງທ່ານປະທານ ສະພາປຶກສາການເມືອງປະຊາຊົນຈີນ ຢູເຈິງເສິງ ໃນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖືວ່າ, ຖືເປັນສຳຄັນການພົວພັນກັບຫວຽດນາມ, ປາດຖະໜາຢາກພ້ອມກັບ ຫວຽດນາມ ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແກ້ໄຂຢ່າງສົມເຫດສົມຜົນ ແລະ ຄຸ້ມຄອງຄວາມບໍ່ລົງລອຍກັນເປັນຢ່າງດີ, ຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ…