ໜັງສືພິມປະຊາຊົນ ຊົມເຊີຍ 50 ປີ ແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ

ໜັງສືພິມປະຊາຊົນ ຊົມເຊີຍ  50 ປີ ແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 5/9, ໜັງສືພິມ​ປະຊາຊົນ, ສຽງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ລົງ​ພິມ​ບົດ​ນຳ​ຂຳ່ນັບ​ຊົມ​ເຊີຍ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (5/9/1962-5/9/2012). ບົດ​ໜັງສືພິມ​ຊີ້​ແຈ້ງວ່າການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 5/9/1962 ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ​ປະຫວັດສາດ​ຂອງ​ສອງ​ປະ​ເທດ, ມັນ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ປົກ​ປັກ​ຮັກສາ​ດ້ວຍ​ເຫື່ອ​ແຮງ ​ແລະ ​ເລືອດ​ເນື້ອ​ຂອງ​ນັກປະຕິວັດ​ລາວ ​ແລະ ຫວຽດນາມຫຼາຍ​ລຸ່ນຄົນ. ​ໃນ​ຕະຫຼອດ​ໄລຍະ​ທາງ​ປະຫວັດສາດ​ຜ່ານ​ມາ, ພັກ, ລັດ ​ແລະ ປະຊາຊົນ​ລາວ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ ​ໃນ​ສະຖານະ​ການ​ພາກ​ພື້ນ ​ແລະ ​ໂລກ​ມີ​ການ​ປ່ຽນ​ແປງ ​ແລະ ຜັນ​ແປ​ໄປ​ຢ່າງ​ສັບສົນ ດ້ວຍ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ຫຼາຍ​ຢ່າງ​ນັ້ນ, ​ແຕ່​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມຫວຽດນາມ - ລາວ ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ. ການ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລາວ - ຫວຽດນາມ ​ໄດ້​ກາຍ​ເປັນ​ປັດ​ໃຈ​ຮັບປະກັນ​ໃຫ້​ໄຊຊະນະ​ຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ສອງ​ປະ​ເທດ. ບົດ​ນຳ​ເນັ້ນໜັກ​ວ່າ, ​ໃນ 50 ປີ ຜ່ານ​ມາ ​ແມ່ນ​ໄລຍະ​ເວລາ​ແຫ່ງ​ການ​ທົດ​ສອບ​ອັນ​ຍືດ​ເຍື້ອຍາວ​ນານ ​ແລະ ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ບົດ​ນຳ​ກໍ່​ຮຽກຮ້ອງ​ຫັນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ລາວ​ - ຫວຽດນາມ, ຫວຽດນາມ - ລາວ 2012 ​ໃຫ້​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ລາວ - ຫວຽດນາມ​ອ້າຍ​ນ້ອງ​ໃຫ້​ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ສ້າງສັນ​ຕິ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ ​ເພື່ອ​ຄວາມ​ຜາ​ສຸກ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ