(ພາບປະກອບ)
(vovworld) - ໜັງສືພິມເອເລັກໂຕນິດ Parlamentnilisty.cz (ລັດຖະສະພາ) ຂອງ ສ.ເຊັກໂກ ຫາກໍ່ສະເໜີບົດຂຽນດ້ວຍຫົວຂໍ້ວ່າ “ບັນດາຜົນງານໃນ 30 ປີແຫ່ງການປ່ຽນໃໝ່ຢູ່ ຫວຽດນາມ”, ຂອງນັກຂ່າວ Pavel Herman, ຊຶ່ງໄດ້ຍ້ອງຍໍບັນດາຜົນງານ ຊຶ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນໃໝ່ນັບແຕ່ປີ 1986 ມາຮອດປະຈຸບັນ. ຕາມບົດຂຽນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກກອມມູນິດ ຫວຽດນາມ ປີ 1986 ມີບົດບາດສຳຄັນປະຫວັດສາດ ໃນວິວັດການພັດທະນາຂອງ ຫວຽດນາມ ດ້ວຍການກຳນົດທິດຈິນຕະນາການໃໝ່ ໄດ້ໜູນໃຊ້ໃນພື້ນຖານເສດຖະກິດ. ໃນຕະຫລອດວິວັດການ 30 ປີແຫ່ງການປ່ຽນໃໝ່, GDP ເຕີບໂຕສະເລ່ຍເກືອບ 7%, ໃນນັ້ນ ພາຍຫລັງ 20 ປີແຫ່ງການປ່ຽນໃໝ່ ລະດັບເຕີບໂຕໄດ້ຂຶ້ນເຖິງ 7,4%. ບົດຂຽນກໍ່ຄັດສະເໜີການຕີລາຄາຂອງສະຫະປະຊາຊາດ, ຕາມນັ້ນແລ້ວ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດແຖວໜ້າໃນໂລກ ທີ່ປະສົບກັບຜົນສຳເລັດໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງເປົ້າໝາຍພັດທະນາສະຫັດສະວັດຂອງສະຫະປະຊາຊາດ. ບົດຂຽນສະຫລຸບບັນດາຜົນງານຂອງນະໂຍບາຍປ່ຽນໃໝ່ໃນ 30 ປີຜ່ານມາ ສະແດງໃຫ້ເຫັນການເລືອກເຟັ້ນ ແລະ ຕັດສິນຂອງ ຫວຽດນາມ ເດີນຕາມເສັ້ນທາງປ່ຽນໃໝ່ແມ່ນຖືກຕ້ອງ ແລະ ເໝາະສົມ.