ໜັງສືພິມ ຟີລິບປີນ ຍ້ອງຍໍຊົມເຊີຍພື້ນຖານອຸດສາຫະກຳຂອງ ຫວຽດນາມ

(VOVWORLD) - ເວັບໄຊ Inquirer.net ຂອງ ຟີລິບປີນ ຫາກໍ່ລົງບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ແມ່ນກຳລັງແຮງອຸດສາຫະກຳໃໝ່ຢູ່ ອາຊີຕາເວັນອອກສ່ຽງໃຕ້”,

ໃນນັ້ນໄດ້ຄັດສະເໜີບົດລາຍງານສະບັບໃໝ່ຂອງກຸ່ມບໍລິສັດ Jones Lang Lasalle (JLL), ເຊິ່ງແມ່ນກຸ່ມບໍລິສັດໃຫ້ຄຳປຶກສາສະເພາະດ້ານການເງິນຂອງ ອາເມລິກາ ກໍ່ຢືນຢັນວ່າ ພາຍຫລັງ 20 ປີ ຫວຽດນາມ ຈາກປະເທດກະສິກຳ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດຜະລິດທີ່ມີຄວາມປະທັບໃຈທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວ.

        ຕາມເວັບໄຊດັ່ງກ່າວແລ້ວ,  JLL ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມຄ່ອຍໆຢັ້ງຢືນທີ່ຕັ້ງເປັນປະເທດອຸດສາຫະກຳແຮງຢູ່ພາກພື້ນ. ການຄາດຄະເນຕະຫລາດອຸດສາຫະກຳ ຫວຽດນາມ ຈະກ້າວເຂົ້າສູ່ໄລຍະໃໝ່ໂດຍໄວ ແລະ ຍົກສູງທີ່ຕັ້ງໃນລະບົບມູນຄ່າໃນອະນາຄົດ, ຈາກຕະຫລາດຖືແຮງງານເປັນຈຸດສຸມຫັນປ່ຽນໄປຍັງຕະຫລາດຖືແຫຼ່ງທຶນເປັນຈຸດສຸມ. ບົດຂຽນກໍ່ຄັດສະເໜີການຕີລາຄາຂອງບັນດານັກຊ່ຽວຊານທີ່ໃຫ້ຂໍ້ສັງເກດວ່າ ຂະແໜງ Logistics ຈະກາຍເປັນໜຶ່ງໃນບັນດາຂະແໜງພົ້ນເດັ່ນຂອງພື້ນຖານເສດຖະກິດ ຫວຽດນາມ ໃນ 5 – 10 ປີຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ