ໜັງສືພິມ ອັງກິດ ຄາດຄະເນເສດຖະກິດ ຫວຽດນາມ ເປັນປົກກະຕິໄລຍະ 2017 -2021

(VOVWORLD) - ພະແນກໄຈ້ແຍກຂໍ້ມູນຂ່າວສານ (EIU) ຂອງວາລະສານ Economist (ປະເທດ ອັງກິດ) ໄດ້ໃຫ້ຂ່າວໃນວັນທີ 4 ສິງຫາວ່າ: ຫວຽດນາມ ຈະຮັກສາເສດຖະກິດໃນໄລຍະ 2017 -2021 ໃຫ້ເປັນປົກກະຕິ ໂດຍບໍ່ຫົວຊາຕໍ່ບັນດາການຜັນແປຢູ່ພາຍໃນ ແລະ ສາກົນ. 
ໜັງສືພິມ ອັງກິດ ຄາດຄະເນເສດຖະກິດ ຫວຽດນາມ ເປັນປົກກະຕິໄລຍະ 2017 -2021 - ảnh 1 ພາບປະກອບ

ຕາມ EIU ແລ້ວ, ເສດຖະກິດຂອງ ຫວຽດນາມ ຍັງໄປຖືກທິດເພືຶ່ອແນໃສ່ຮັບປະກັນລະດັບການເຕີບໂຕ 6,3% ທັງປີ 2017 ຍ້ອນບັນດານະໂຍບາຍຂ້ຽວຂາດຂອງລັດຖະບານ. ຄາດວ່າ, ເສດຖະກິດຫວຽດນາມ ຈະເພີ່ມຂຶ້ນເລກໜ້ອຍຢູ່ໃນລະດັບ 6,5% ໃນປີ 2018. ເມື່ອສັງລວມ, ທັງ ໄລຍະນີ້ແລ້ວ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຄາດຄະເນວ່າຢູ່ໃນລະດັບ 6,2 -6,3%, ຮັກສາໄດ້ທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຢູ່ພາກພື້ນ. EIU ໄດ້ສະແດງຄວາມປະເອີບໃຈກ່ຽວກັບການພັດທະນາທີ່ປອດໃສ ຂອງຂົງເຂດພາກເອກະຊົນ, ຍ້ອນລະດັບເງິນເດືອນເພີ່ມຂຶ້ນໄວ ແລະ ມີຄວາມສາມາດສຳພັດກັບສິນເຊື່ອງ່າຍດາຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ