ໜູນຊ່ວຍກະລາສີ ແລະ ກຳ່ປັ່ນຂົນສົ່ງສິນຄ້າຫວຽດນາມຖືກໂຈມຕີຢູ່ໃກ້ກັບເຂດທະເລສິງຄະໂປ
(ກຳ່ປັ່ນຂົນສົ່ງ VP ASPHALT 2 ທີ່ຖືກໂຈນສະລັກບຸກໂຈມຕີ)
(vovworld) - ຕອນບ່າຍວັນທີ 8/12, ຜູ້ຕາງໜ້າບໍລິສັດຂົນສົ່ງນຳ້ມັນ VIPCO, ເຈົ້າຂອງກຳ່ປັ່ນຂົນສົ່ງ VP ASPHALT 2 ທີ່ຖືກໂຈນສະລັກບຸກໂຈມຕີຢູ່ມໍ່ກັບເຂດທະເລສິງຄະໂປໃນວັນທີ 7/12, ໄດ້ໄປສິງຄະໂປ ສົມທົບກັບບັນດາອົງການກ່ຽວຂ້ອງຂອງປະເທດນີ້ເພື່ອເຮັດລະບຽບການທີ່ຈຳເປັນ, ແນໃສ່ນຳເອົາກຳ່ປັ່ນຂົນສົ່ງສິນຄ້າກັບເມືອປະເທດ. ທ່ານຫວູບັ່ງ, ເລຂາທີໜຶ່ງສະຖານທູດຫວຽດນາມ ປະຈຳສິງຄະໂປ, ໃຫ້ຮູ້ວ່າ, ຄຽງຂ້າງການສົມທົບເພື່ອນຳກຳ່ປັ່ນຂົນສົ່ງສິນຄ້ານີ້ກັບເມືອຫວຽດນາມແລ້ວ, ຜູ້ຕາງໜ້າບໍລິສັດ VIPCO ກໍ່ຈະໜູນຊ່ວຍຄອບຄົວກະລາສີທີ່ເສຍຊີວິດ ເຈິ່ນດຶກດາດ ບັນດາລະບຽບການ ແລະ ລາຍຈ່າຍທີ່ຈຳເປັນ ເພື່ອນຳສົບຂອງຜູ້ປະສົບເຄາະຮ້າຍກັບເມືອປະເທດໂດຍໄວ. ສະຖານທູດຫວຽດນາມ ປະຈຳສິງຄະໂປ ໄດ້ຢັ້ງຢືນອີກເທື່ອໜຶ່ງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອປະຕິບັດສຳເລັດລະບຽບການຈຳເປັນທີ່ກ່ຽວຂ້ອງເຖິງກຳ່ປັ່ນ VP ASPHALT 2 ແລະ ຜູ້ປະສົບເຄາະຮ້າຍ ເຈິ່ນດຶກດາດ.