ໜູນຊ່ວຍບັນດາເປົ້າໝາຍນະໂຍບາຍແລະຄອບຄົວທຸກຍາກຕ້ອນຮັບບຸນເຕັດ

ໜູນຊ່ວຍບັນດາເປົ້າໝາຍນະໂຍບາຍແລະຄອບຄົວທຸກຍາກຕ້ອນຮັບບຸນເຕັດ - ảnh 1
ພາບປະກອບ

(vovworld) – ​​ເພື່ອ​ກະກຽມ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014, ​ແຂວງ ນິງບິ່ງ ​ໄດ້​ຕົກລົງ​ຫັກ​ຈຳນວນ​ເງິນ​ກ່ວາ 20 ຕື້​ດົ່ງ​ຈາກ​ງົບປະມານ​ຂ​​ອງ​ແຂວງ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຜູ້​ອາຍຸ​ສູງ, ​ເປົ້າ​ໝາຍ​ໄດ້​ຮັບ​ການ​ອຸປະ​ກະລະ​ສັງຄົມ, ຄອບຄົວ​ໃກ້​ຈະ​ຕົກ​ເຂົ້າ​ສູ່ມາດຖານ​ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ທຸກ​ຍາກ, ນັກຮົບ​ທີ່​ພວມ​ປະຕິບັດ​ງານ​ຢູ່​ເຂດ​ຊາຍ​ແດນ, ໝູ່​ເກາະ ດ້ວຍ​ລະ​ດັບ​ເງິນ​ແຕ່ 200.000 ດົ່ງ ​ເຖິງ 1,3 ລ້ານ​ດົ່ງ​​.​..​ ພ້ອມ​ກັນ​ນັ້ນ, ​ທາງແຂວງກໍ່​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ໂຮງຮຽນ​ສຶກສາ ອົບ​ຮົບ​ເລກ 2, ສູນ​ອຸປະ​ກະລະ​ສັງຄົມ​ແຂວງ ນິງບິ່ງ ​ແລະ ຮາກ​ຖານ​ທີ່​ພວມ​​ເບິ່ງ​​ແຍງ​ດູ​ແລ​ທະຫານ​ເຈັບ​ປວຍ, ທະຫານ​ເສຍ​ອົງຄະ 7 ​ແຫ່ງ​ໃນ​ບໍລິ​​ເວນ​ແຂວງ ນິງບິ່ງ, ບັກ​ຢາງ, ບັກ​ນິງ, ຮ່ານາມ​.

    ​ແຂວງ ລາວກາຍ ກໍ່ຕົກລົງ​ສະ​ຫງວນຈຳນວນ​ເງິນ​ເກືອ​ບ 15 ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ໃນ​ບໍລິ​ເວນ​ແຂວງ​ເນື່ອງ​ໃນ​ບຸນ​ເຕັດ​ປີ​ມະ​ເມຍ.

 

ຂ່າວ/ບົດ​ອື່ນ