ໜີ້ສິນຂອງເກັຼກແມ່ນບັນຫາຕົ້ນຕໍ່ໃນວັນທຳອິດຂອງກອງປະຊຸມລັດຖະມົນຕີວ່າການກະຊວງການເງິນຈີ7

ໜີ້ສິນຂອງເກັຼກແມ່ນບັນຫາຕົ້ນຕໍ່ໃນວັນທຳອິດຂອງກອງປະຊຸມລັດຖະມົນຕີວ່າການກະຊວງການເງິນຈີ7 - ảnh 1
ຜູ້​ວ່າ​ການ​ທະ​ນາ​ຄານ​ອັງ​ກິດ Mark J Carney (ຊ້າຍ) ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ Jacob J Lew
(ພາບ: AFP/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 28/5, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ​ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (ຈີ 7) ມີ​ບັນ​ດາ​ວາ​ລະ​ປະ​ຊຸມ​ທາງ​ການ​ຢູ່​ນະ​ຄອນ Dresden, ປະ​ເທດ ເຢຍ​ລະ​ມັນ, ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນນັ້ນ​ແມ່ນ​ບັນ​ຫາ​​ໜີ້​ສິນຂອງ ເກັຼກ.

        ທີ່​ການ​ແລກ​​ປ່ຽນ​ຄວາມ​ເຫັນ, ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ Jack Lew ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເປັນ​ເອ​ກະ​ສັນ​ທິດ​ທາງ​ແກ້​ໄຂວິ​ກິດ​ການ​ໜີ້​​ສິນຂອງ​ປະ​ເທດ ເອີ​ລົບ ໃຕ້ນີ້, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສະ​ຖຽນ​ລະ​ພາບ​ລວມ​ຂອງ​ເສດ​ຖະ​ກິດ​ໂລກ. ຜູ້​ອຳ​ນວຍ​ການ​ໃຫຍ່ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ທ່ານ​ນາງ Christine Lagarde ຕີ​ລາ​ຄາ​ເຈົ້າ​ໜີ້​ສ​າ​ກົນ​ທັງ 3 ​ເຊິ່ງ​ລວມ​ມີ: IMF, ຄະ​ນະ​ກຳ​ມ​ະ​ການ ເອີ​ລົບ (EC), ທະ​ນາ​ຄາ​ນ​ສູນ​ກາງ ເອີ​ລົບ (ECB) ແລະ ເກັຼກ ໄດ້​ຫຍັບ​ມໍ່​ໃກ້​ກັບ​ມາດ​ຕະ​ການ​ສຸດ​ທ້າຍ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ຂອງ​ປະ​ເທດນີ້, ແຕ່​ຖື​ວ່າ ເກັຼກ ຄວນ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ຮູບ​ຂອງ​ຕົນ​ຢ່າງ​ແຮງ​ກ່​ວາ​ອີກ. ການ​ນຳ ECB ແລະ EC ສືບ​ຕໍ່​ຮັກ​ສາ​ເງື່ອນ​ໄຂ ເກັຼກ ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ເດັດ​ຂາດ ຖ້າ​ຫາກ​ຢາກ​ໄດ້​ຮັບ​ບັນ​ດາບ້ວງ​ເງິນ​ໜູນ​ຊ່ວຍ​ເພີ່ມ​ເຕີມ, ເຊິ່ງ​ມາ​ຮອດ​ປະ​ຈຸ​ບັນ ລັດ​ຖະ​ບານຝ່າຍ​ຊ້າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Alexis Tsipras ຍັງ​​ຄົງປະ​ຕິ​ເສດ​ຢ່າງ​ແຮງ.


ຂ່າວ/ບົດ​ອື່ນ