ຮ້ານວາງສະແດງໝາກມັງກອນຫວຽດນາມຢູ່ Berlin
|
(vovworld)- ແຕ່ວັນທີ 8-10/2, ງານຕະຫລາດນັດສາກົນ ຜັກ ແລະ ໝາກໄມ້ (Fruit Logistica 2017 ດຳເນີນຢູ່ສູນງານຕະຫລາດນັດ Berlin. ເຂົ້າຮ່ວມງານຕະຫລາດນັດດັ່ງກ່າວ, ຫວຽດນາມ ໄດ້ແນະນຳຜະລິດຕະພັນໝາກມັງກອນ. ເຖິງວ່າ ພຽງແນະນຳໝາກໄມ້ຊະນິດຫນຶ່ງກໍຕາມ ແຕ່ຮ້ານວາງສະແດງຂອງຫວຽດນາມ ໄດ້ດຶງດູດແຂກເຂົ້າຊົມ ແລະ ຊື້ໝາກໄມ້ເປັນຈຳນວນຫລວງຫລາຍ. ທີ່ງານຕະຫລາດນັດຄັ້ງນີ້ ທ່ານ ດວານຊວນຮືງ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ເປັນສັກຂີພິຍານພິທີລົງນາມການຮ່ວມມືເບື້ອງຕົ້ນລະຫວ່າງບັນດາວິສາຫະກິດສົ່ງອອກໝາກໄມ້ຂອງຫວຽດນາມ ແລະ ບໍລິສັດ Landgard, ຊື່ງແມ່ນບໍລິສັດຈຳຫນ່າຍ ຜັກ ແລະ ໝາກໄມ້ ແຖວຫນ້າຂອງເຢຍລະມັນ.