ໝູ່ເກາະຮ່ວາງຊາແລະເຈື່ອງຊາແມ່ນຂອງຫວຽດນາມ
ພິທີຕ້ອນຮັບແຜນທີ່, ເອກະສານ ກ່ຽວກັບຮ່ວາງຊາ, ເຈື່ອງຊາ
(ພາບ: Tuổi Trẻ)
|
(vovworld) – ຕອນເຊົ້າວັນທີ 5/5, ຢູ່ນະຄອນ ຍາຈາງ, ວິທະຍາຄານທະຫານເຮືອຂຶ້ນກັບເຫຼົ່າທັບເຮືອ ໄດ້ຈັດຕັ້ງພິທີຕ້ອນຮັບບັນດາຊຸດແຜນທີ່, ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ, ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານມອບໃຫ້. ທ່ານລັດຖະມົນຕີຊ່ວຍວ່າການ ເຈືອງມິງຕ໋ວນ ຕາງໜ້າໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ ມອບແຜນທີ່, ເອກະສານ 100 ຊຸດໃຫ້ແກ່ວິທະຍາຄານທະຫານເຮືອ ຂຶ້ນກັບເຫຼົ່າທັບເຮືອ ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນບັນດາເອກະສານເຊິ່ງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ. ໄດ້ເຕົ້າໂຮມ ບັນດາເອກະສານມີມຸນຄ່າປະຫວັດສາດ ແລະ ນິຕິກຳໃນການຢັ້ງຢືນ ແລະ ພິສູດໃຫ້ເຫັນວ່າ: ຫວຽດນາມ ໄດ້ກຳນົດອະທິປະໄຕສຳລັບໝູ່ເກາະ 2 ແຫ່ງຮ່ວາງຊາ ແລະ ເຈື່ອງຊາ ແຕ່ດົນນານມາແລ້ວ.
ກໍ່ໃນຕອນເຊົ້າວັນທີ 5/5, ຜູ້ຕາງໜ້າຄອບຄົວພົນເອກ ຫວໍງວຽນຢາບ ໄດ້ມອບປື້ມກ່ຽວກັບຊີວິດຂອງພົນເອກ ຫວໍງວຽນຢາບ ໃຫ້ແກ່ວິທະຍາຄານທະຫານເຮືອ.