10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ຝລັ່ງ

(VOVWORLD) - ຝລັ່ງ ຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ກໍ່ຄືໃນໂລກ.
10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ຝລັ່ງ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕ່ວານທັງ
(ພາບ: TTXVN)

ເມື່ອຕອບຄຳຖາມຂອງນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນ ຫວຽດນາມ ແລະ ຝລັ່ງ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ (25 ກັນຍາ 2013 – 25 ກັນຍາ 2023), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕ່ວານທັງ ຢືນຢັນວ່າ: ຝລັ່ງ ຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ກໍ່ຄືໃນໂລກ. ນັບແຕ່ເມື່ອສ້າງຕັ້ງ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ ໄດ້ພັດທະນາຢ່າງວ່ອງໄວທັງລວງກວ້າງ ແລະ ລວງເລິກ, ເສີມຂະຫຍາຍພື້ນຖານການຮ່ວມມືລະຫວ່າງ 2 ຝ່າຍທີ່ອຸດົມສົມບູນ, ພ້ອມທັງ,ຜັນຂະຫຍາຍຫຼາຍບາດກ້າວລະອຽດ, ມີຫຼາຍຮູບຫຼາຍແບບໃນທຸກຂົງເຂດ.

ບັນດາຂໍ້ຕົກລົງ ແລະ ສັນຍາສະບັບໃໝ່ໄດ້ຮັບການລົງນາມເປັນພື້ນຖານດ້ານນິຕິກຳໃຫ້ແກ່ການຮ່ວມມືໃນບັນດາຂົງເຂດບຸລິມະສິດ. 2 ປະເທດກໍ່ພວມມີບັນດາໂຄງການຮ່ວມມືໃໝ່, ບໍ່ພຽງແຕ່ດ້ານການຄ້າ, ການລົງທຶນເທົ່ານັ້ນ ຫາກຍັງແມ່ນດ້ານເຕັກໂນໂລຊີ, ກະສິກຳມີຄຸນນະພາບສູງ, ສິ່ງແວດລ້ອມ.ການຮ່ວມມືລະຫວ່າງ 2 ປະເທດແມ່ນຢູ່ໃນການຮ່ວມມືພວມໄດ້ຮັບການເປີດກວ້າງ ລະຫວ່າງ ຝລັ່ງ ແລະ ອາຊຽນ ແລະ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU).

ຕາມທ່ານເອກອັກຄະລັດຖະທູດ ດິງຕ່ວານທັງ ແລ້ວ, 2 ປະເທດພວມຢືນຢູ່ບັນດາກາລະໂອກາດ ເພື່ອນຳການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນຊຸມປີ ແລະ ທົດສະວັດຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ