10 ເຫດການຢູ່ເວທີປາໄສ ຮ່ວມມືເສດຖະກິດເຂດທົ່ງທຽງແມ່ນ້ຳຂອງປີ 2013
(ພາບປະກອບ)
(vovworld) - ວັນທີ 21/05, ຢູ່ວິ້ງລອງ, ຄະນະຈັດຕັ້ງເວທີປາໄສຮ່ວມມືເສດຖະກິດເຂດທົ່ງທຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມປີ 2013 (MDEC – ວິ້ງລອງ 2013) ຕົກລົງຈະຈັດຕັ້ງ 10 ເຫດການຕົ້ນຕໍ່ໃນຂອບເຂດເວທີປາໄສ ດ້ວຍຫົວຂໍ້ວ່າ: “ເຂດທົ່ງທຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມຸ້ງໄປເຖິງພື້ນຖານເສດຖະກິດຂຽວ”. ໃນນັ້ນ, ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວເຂດທົ່ງທຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມປີ 2013 ແລະ ໂຄງການຮັບປະກັນຊີວິດສັງຄົມເຂດທົ່ງທຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມປີ 2013 ຈະດຳເນີນໄປໃນວັນທີ 30/08. ເຫດການອື່ນເຊິ່ງລວມມີ: ເວທີປາໄສວິສາຫະກິດເຂດທົ່ງທຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ; ກອງປະຊຸມເຊື່ອມຕໍ່ທ້ອງຖິ່ນກັບຄະນະທູຕານຸທູດ; ໄຂ MDEC – ວິ້ງລອງ 2013 ແລະ ໄຂງານຕະຫຼາດນັດວາງສະແດງ; ກອງປະຊຸມສຳມະນາຮ່ວມສຳພັນພັດທະນາເຂດທົ່ງທຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຕາມທິດເສດຖະກິດຂຽວ, ແຜນການພັດທະນາບັນດານະຄອນໝັ້ນຄົງກ່ຽວກັບສິ່ງແວດລ້ອມ ແລະ ອື່ນໆ.