17ປະເທດເຂົ້າຮ່ວມການຝືກຊ້ອມຮ່ວມເພື່ອປ້ອງກັນ,ຕ້ານໄພທຳມະຊາດຢູ່ທະເລຕາເວັນອອກ

17ປະເທດເຂົ້າຮ່ວມການຝືກຊ້ອມຮ່ວມເພື່ອປ້ອງກັນ,ຕ້ານໄພທຳມະຊາດຢູ່ທະເລຕາເວັນອອກ - ảnh 1
ທະຫານເຮືອຫວຽດນາມເຂົ້າຮ່ວມການຝືກຊ້ອມ
ພາບ:TTXVN


(vovworld)-  ການ​ຝືກຊ້ອມ​ຮ່ວມ​ແກ່ຍາວ​ໃນ​ເວລາ 6 ​ມື້ ຢູ່ ທະ​ເລ​ຕາ​ເວັນ​ອອກ, ​ເລີ່​ມຕົ້ນ​ແຕ່​ວັນ​ທີ 29/3 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ, ກຳລັງ​ທະຫານ​ເຮືອ​ເກືອບ 4.900 ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 7 ປະ​ເທດ​ຄູ່​ເຈລະຈາ, ຄູ​່ຮ່ວມ​ມື​ນັ້ນ​ແມ່ນ: ຈີນ, ອິນ​ເດຍ, ຍີ່ປຸ່ນ, ນີວ​ເຊີ​ແລນ, ລັດ​ເຊຍ, ສາທາລະນະ​ລັດ​ເກົາຫລີ ​ແລະ ອາ​ເມ​ລິ​ກາ. ອົດ​ສະ​ຕາ​ລີ ​ເຂົ້າ​ຮ່ວມ​ການ​ຝືກຊ້ອມ​​ໃນ​ຖານະ​ເປັນ​ປະ​ເທດ​ສັງ​ເກດ​ການ. ຄຽງ​ຂ້າງ​ນັ້ນ, ສປຊ, ອີ​ຢູ, ​ໂຮ​ນລັງ, ​ແອດ​ສະ​ປາຍ ​ແລະ ຄະນະ​ເລຂາ​ອາ​ຊຽນ ກໍ​​ໄດ້​ເຂົ້າ​ຮ່ວມ​ ​ໃນ​ຖານະ​​​​ເປັນ​ນັກສັງ​ເກດ​ການ. ກ່າວ​ຄຳ​ເຫັນ​ເປ​ີດສາກ​ການ​ຝືກຊ້ອມ​ຢູ່​ເກາະ Batam ​ໃກ້​ກັບ​ສິງກະ​ໂປ, ທ່ານ Djoko Suyanto, ລັດຖ​ະມົນຕີ​ປະສານ​ງານ​ບັນຫາ​ການ​ເມືອງ​,ກົດໝາຍ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ການ​ຝືກຊ້ອມ​ຮ່ວມ​ນີ້ ​ເພື່ອ​ປະກອບສ່ວນ​ປັບປຸງ​ວຽກ​ງານ​ຈັດ​ຕັ້ງ​​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ສາກົນ ​ໃນ​ກໍລະນີ​​ເກີດໄພ​ທຳ​ມະ​ຊາດ​. ການ​ຝືກຊ້ອມ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ຂໍ້​ຕົກລົງ ອາ​ຊຽນ ກ່ຽວ​ກັບ​ການ​ຮັບ​ມື​ດ່ວນ ​ແລະ ກວດກາ​ໄພ​ທຳ​ມະ​ຊາດ.

 

 

ຂ່າວ/ບົດ​ອື່ນ